ປະຫວັດສາດຊ້ຳຮອຍ ເຄີຍຫັກເມື່ອ3ປີກ່ອນ ຕອນນີ້ກໍ່ຫັກອີກຍ້ອນລົດໜັກຜ່ານ

13 ມື້ຜ່ານໄປ ພາກສ່ວນກ່ຽວຂ້ອງລົງແກ້ໄຂເຫດຂົວຂ້າມນໍ້າເປັດນ້ອຍ​

ເຫດຂົວຂ້າມນໍ້າເປັດນ້ອຍ ບ້ານປາກເປັດ ເມືອງຊຽງຮ່ອນ ແຂວງໄຊຍະບູລີ ຫັກລົງໃນວັນທີ 12 ກຸມພາ 2023 ຍ້ອນລົດບັນທຸກດິນ.

ຮອດວັນທີ 25 ກຸມພາ 2023 ນີ້ມີລາຍງານວ່າພາກສ່ວນກ່ຽວຂ້ອງໄດ້ນຳເອົາລົດຈົກ ມາມ້າງຂົວເພື່ອນຳເອົາລົດບັນທຸກຂຶ້ນ ແລະ ວາງແຜນສ້ອມແປງຂົວຄືນໃໝ່.

ເຫດການນີ້ເປັນເຫດການປະຫວັດສາດຊໍ້າຮອຍ ເນື່ອງຈາກວ່າເຄີຍຫັກເມື່ອ 3 ປີກ່ອນນີ້ ເຫດເກີດໃນວັນທີ 27 ກັນຍາ 2020 ຍ້ອນລົດບັນທຸກຫີນ (ພາບທີ4)

.

ຂ່າວຮູບພາບ:ລາວພັດທະນາ

Leave a Reply

Your email address will not be published. Required fields are marked *

You cannot copy content of this page