ເກີດເຫດລົດໃຫຍ່ກາຍໂຄ້ງ ເຮັດໃຫ້ເສຍຊີວິດຄາທີ່ 1 ຄົນ
ມູນນິທິຊ່ວຍເຫຼືອຜູ້ປະສົບໄພ ແຂວງຄຳມ່ວນ ລາຍງານໃຫ້ຮູ້ວ່າ: ເວລາ 22:40 ນາທີ ຂອງວັນທີ 25 ກຸມພາ 2023 ໄດ້ຮັບແຈ້ງເຫດຜ່ານເບີສຸກເສີນວ່າມີ ລົດໃຫຍ່ກາຍໂຄ້ງ ຢູ່ບ້ານ ໂພນສະອາດ ຂົວນ້ຳພີດ ເມືອງ ມະຫາໄຊ ແຂວງ ຄຳມ່ວນ

ດັ່ງນັ່ນ, ທີມງານກູ້ໄພ ໄປເຖິງຈຸດເກີດເຫດໄດ້ພົບເຫັນຜູ້ເສຍຊີວິດຄາທີ່ 1 ຄົນ ເປັນເພດຊາຍ ແລະ ບາດເຈັບເລັກໜ້ອຍ 4 ຄົນ. – ຜູ້ເສຍຊີວິດແມ່ນກະທົບເອິກ ແລະ ຟົ້ງອອກຈາກລົດໄປພາດໃສ່ເຄືອໄມ້ ເຮັດໃຫ້ເຄືອໄມ້ພັນຄໍຈຶ່ງເສຍຊີວິດ,

ສ່ວນຜູ້ບາດເຈັບແມ່ນທາງເຈົ້າໜ້າທີ່ນຳສົ່ງໂຮງໝໍ ແລະ ນຳສົບຜູ້ເສຍຊີວິດມອບໃຫ້ຄອບຄົວເພື່ອທຳພິທີທາງສາສະໜາ.

ຂໍສະແດງຄວາມເສຍໃຈມາຍັງຄອບຄົວຂອງຜູ້ເສຍຊີວິດດ້ວຍ.
