ອຸບັດຕິເຫດລົດຈັກຕຳກັບລົດຖີບໄຟຟ້າ ຜູ້ບາດເຈັບ02ຄົນ
ໃນຄັ້ງວັນທີ 22.02.2023 ເວລາ 21:20ນາທີ ໜ່ວຍກູ້ໄພສຸກເສີນອົງການກາແດງແຂວງວຽງຈັນ ໄດ້ຮັບແຈ້ງເຫດຜ່ານເບີ 023 1625 ວ່າມີ ອຸບັດຕິເຫດລົດຈັກ+ລົດຖີບໄຟຟ້າຢູ່ບ້ານໂພນໝີໃຕ້ ເມືອງວຽງຄຳ ແຂວງວຽງຈັນ ມີຜູ້ບາດເຈັບ02 ຄົນ,ເປັນເພດຊາຍທັງຫມົດ

+ຜູ້ທີ1: ອາຍຸ 30ປີ ຢູ່ບ້ານໂພນຊອງ ເມືອງວຽງຄຳ ແຂວງ ວຽງຈັນ ອາການເບື້ອງຕົ້ນແມ່ນ: ປາກແຕກ
+ຜູ້ທີ2: ອາຍຸ 13 ຢູ່ບ້ານໂພນໝີໃຕ້ ເມືອງວຽງຄຳແຂວງວຽງຈັນ ອາການເບື້ອງຕົ້ນແມ່ນ:ແຂນ-ຂາເບື້ອງຂວາມີບາດແຜຖະຫລອກ

ດັ່ງນັ້ນ, ໜ່ວຍກູ້ໄພສຸກເສີນອົງການກາແດງແຂວງວຽງຈັນ ຈື່ງໄດ້ປະຖົມພະຍາບານແລ້ວນຳສົ່ງໄປທີ່ໂຮງຫມໍແຂວງວຽງຈັນ.

ອຸບັດຕິເຫດ&ເຈັບ-ປ່ວຍສຸກເສີນໂທແຈ້ງ: 023 1625 ; 0305113175 ; 0305113698 ຕະຫລອດ 24 ຊົ່ວໂມງ. ທ່ານໃດຢາກຊ່ວຍເຫລືອໜ່ວຍງານ ສາມາດບໍລິຈາກປະເພດເຂົ້າສານ,ອາຫານແຫ້ງ,ນ້ຳມັນລົດສຸກເສີນ,ວັດຖຸປັດໄຈແລະອຸປະກອນການແພດຕ່າງໆ

ຊື່ບັນຊີ: RED CROSS VIENTIANT PROVINCE EMERGENCY RECOVERY UNIT
ເລກບັນຊີ: 0191100002370 ຫຼື ສາມາດຕິດຕໍ່ເຂົ້າເບີ 023 1625