ຈັບສອງຫົວງອກລຸ້ນໃຫ່ຍຄ້າຂາຍຢ າເ ສ ບ ຕິ ດ
ເມື່ອວັນທີ 4 ພຶດສະພາ 2022 ທີ່ຜ່ານມາ ທາງເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຄ້ າຢ າເ ສ ບຕິດ ປກສ ເມືອງສອງຄອນ ແຂວງສະຫວັນນະເຂດ ໄດ້ຈັບກຸມເປົ້າໝາຍພົວພັນຄ້າຂາຍ ເ ສ ບຕິດ

ຢູ່ຂອບເຂດບ້ານນາອຸດົມ ແລະ ບ້ານໜອງຂອນທີ່ຂື້ນກັບເມືອງສອງຄອນ ແຂວງສະຫວັນນະເຂດເຊີ່ງມີລາຍລະອຽດດັ່ງນີ້: ໄດ້ກັກຕົວເປົ້າໝາຍຄ້າຂາຍຢ າເ ສ ບ ຕິ ດ ໄດ້ 2 ຄົນ
1.ທ້າວ ພັນ ອາຍຸ 75 ປີ ອາຊີບ ເຮັດນາ ຢູ່ບ້ານນາອຸດົມ ເມືອງສອງຄອນ ແຂວງ ສະຫວັນນະເຂດ ເຊີ່ງຂອງກາງຢ າບ້ າ 2ຖົງ ເທົ່າກັບ 403 ເມັດ,ໂທລະສັບ 01 ໜ່ວຍ ແລະ ລົດຈັກ 01 ຄັນ.
2.ທ້າວ ເລີ້ມ ອາຍຸ 66 ປີ ອາຊີບ ເຮັດນາ ຢູ່ບ້ານໜອງຂອນ ເມືອງ ສອງຄອນ ແຂວງ ສະຫວັນນະເຂດ.
ເຊິ່ງຄະດີດັ່ງກ່າວແມ່ນທາງເຈົ້າໜ້າທີ່ກຳລັງດຳເນີນການສອບສວນ-ສືບສວນ ແລະ ດຳເນີນຄະດີຕາມກົດໝາຍຕໍ່ໄປ.
ທີ່ມາ:ປກສ.ເມືອງສອງຄອນ