ກົດແຊຣ໌! ຂໍໃຫ້ໂຊກດີ ພິທີຄຳຫໍ(ຫໍງູ)
ວັນທີ 28 ກຸມພາ 2023 ພິທີຄຳຫໍ ( ຫໍງູ ) ເຊິ່ງເປັນມື້ທີ່ສອງ ເປັນມື້ແກ່ສ້າວ ທີ່ນັ່ງ ໂດຍແມ່ເຖົ້າມີ ອາຍຸ 98 ປີ ເຮັດພິທີແກ່ສ້າວ (ດຶງເຊື້ອກ) , ຟ້ອນທຽນ … ເພື່ອເປັນຄວາມສະຫວັດດີພາບຂອງຜູ້ຄົນ ຂອງພາຍໃນບ້ານ ໃຫ້ຢູ່ເຢັນເປັນສຸກ ປາສະຈາກສິ່ງຮ້າຍມາລົບກວນ.

ສະຫລຸບງ່າຍກໍ່ຄື : ເປັນພິທີລ້ຽງເຈົ້າອາຮັກລັກສາບ້ານຊອງ ເມື່ອຄົບຮອບຂອບປີມາ ທາງບ້ານຈະຊ່ອຍກັນເຮັດອາຫານຄາວຫວານ ໝາກໄມ້ ຫມາກພູ ເຫລົ້າຢາປາປິ້ງ ມາຫໍ ເພື່ອອັນເຊີນເຈົ້າອາຮັກຮັກສາບ້ານ ໃຫ້ມາສະຖິດເຂົ້າຊົງທີ່ນັ່ງ

( ກວນຈ້ຳ ເຂດພາກເຫນືອໂດຍສະເພາະຫລວງພຣະບາງ ເອີ້ນວ່າ “ທີ່ນັ່ງ” ) ແລ້ວເຮັດພິທີຕ່າງໆ ໃຫ້ລູກບ້ານໄດ້ຊື່ນຊົມ ຈາກນັ້ນເຄື່ອງອາຫານຕ່າງໆ ຊາວບ້ານກໍ່ຈະແບ່ງກັນກິນ ໂດຍມີມະໂຫລີເສບກ່ອມ …

….

..

ຂໍຂອບໃຈຮູບພາບຈາກ : Sayphone Phoutsavath