ດວງເຖິງຄາດ! ເຫດລົດປີ້ນເສຍຊີວິດ2ຄົນ ຫຼັງກັບມາແຕ່ງານດອງ

ຈົ່ງມີສະຕິໃນການຂັບຂີ່ລົດ, ເກີດເຫດລົດປິ້ນເສຍຊີວິດ 2 ຄົນ ຫລັງຈາກກັບມາແຕ່ງານດອງ

ໃນຕອນບ່າຍ ວັນທີ 27 ກຸມພາ 2023, ມີລົດຮຸນໄດ ທີ່ກັບມາຈາກງານດອງ ເກີດອຸບັດຕິເຫດປິ້ນເອງ ຢູ່ບ້ານ ຜາຫອຍ ເມືອງໄຊບົວທອງ ແຂວງຄຳມ່ວນ,ເຊິ່ງມີຜູ້ໂດຍສານມານໍາ 10 ກວ່າຄົນ ໃນນັ້ນມີຜູ້ເສຍຊີວິດ 2 ຄົນ ແລະ ບາດເຈັບສາຫັດຈຳນວນຫລາຍ.

ດັ່ງນັ້ນກໍຂໍໃຫ້ທຸກຄົນໃນທົ່ວສັງຄົມຈົ່ງຂັບຂີ່ລົດດ້ວຍຄວາມມີສະຕິ ລະມັດລະວັງ, ເຄົາລົບກົດລະບຽບຈະລາຈອນ, ຂັບຂີ່ລົດໃຫ້ກຽດເຊິ່ງກັນ ແລະ ກັນ ເພື່ອຫລີກລ່ຽງອຸບັດຕິເຫດ ອັນນຳໄປສູ່ຊີວິດ ແລະ ຊັບສິນ.

ທີ່ມາ: ລາວພັດທະນາ

Leave a Reply

Your email address will not be published. Required fields are marked *

You cannot copy content of this page