ຢູໂຣບ ບໍ່ເອົານໍ້າມັນ ! ຣັດເຊຍ ຈະສົ່ງໃຫ້ ເອເຊຍ
ຣັດເຊຍຈະສົ່ງນໍ້າມັນທີ່ຖຶກປະຕິເສດ ຈາກປະເທດໃນຢູໂຣບ ໄປໃຫ້ເອເຊຍ ແລະ ພາກພື້ນອື່ນໆ ຮອງນາຍົກລັດຖະມົນຕີ ອາເລັກຊານເດິຣ໌ ໂນວັກ ຂອງຣັດເຊຍ ກ່າວວ່າ ຢູໂຮບຈະຕ້ອງຫານໍ້າມັນທົດແທນ ທີ່ມີລາຄາແພງກວ່າ
ຄະນະກໍາມະການ ຢູໂຣບ ເປີດເຜີຍແຜນມູນຄ່າ 210,000ລ້ານຢູໂຣ ( 220,00ລ້ານໂດຣາ) ສໍາລັບຢູໂຣບທີ່ຈະຢຸດການຊື້ເຊື້ອໄຟຟອສຊິວ ຂອງຣັດເຊຍພາຍໃນປີ 2023 ແລະ ເລື່ອງນີ້ເປັນການຕີຕົວອອກຈາກການຊົມໃຊ້ພະລັງງານ ຣັດເຊຍເພື່ອເລັ່ງການປ່ຽນແປງສູ່ພະລັງງານສີຂຽວ
ຢູໂຣບໄດ້ຮັບນໍ້າມັນຣັດເຊຍ ປະມານ 4ລ້ານບາຣ໌ຕໍ່ມື້ ແລະ ຣັດເຊຍພ້ອມທີ່ຈະປ່ຍນເສັ້ນທາງອອກຈາກຢູໂຣບ ແລະ ຢູໂຣບຕ້ອງທົດແທນນໍ້າມັນດິບທີ່ມີລາຄາແພງກວ່າຈາກແຫຼ່ງອື່ນ.
ມາດຕະການລົງໂທດຂອງຊາດຕະເວັນຕົກທີ່ບັງຄັບໃຊ້ກັບຣັດເຊຍຫຼັງຈາກກຸ່ມທະຫານບຸກເຂົ້າໄປໃນຢູເຄຣນໃນເດືອນກຸມພາ ບັງຄັບໃຫ້ຜູ້ຊື້ນໍ້າມັນຈໍານວນໜື່ງຕ້ອງລໍຖ້າ ຫຼື ປະຕິເສດການຂົນສົ່ງສີນຄ້າາ ເຊີ່ງເຮັດໃຫ້ການຜະລິດນໍ້າມັນຂອງຣັດເຊຍຫຼຸດລົງ
ໂນວັກກ່າວວ່າ ການສົ່ງອອກນໍ້າມັນຂອງຣັດເຊຍຄ່ອຍໆຟື້ນຕົວ ແລະ ປະເທດຈະສາມາດຊອກຫາຕະຫຼາດ ສົ່ງອອກໄດ້ເນື່ອງຈາກຊັບພະຍາກອນພະລັງງານມີການແຂ່ງຂັນ.