ສປປ ລາວຍັງມີຊ້າງຫລົງເຫລືອຢູ່ 700 ກວ່າໂຕ
ອົງການອະນຸລັກຊ້າງສາກົນລາຍງານວ່າ ສປປ ລາວແມ່ນຫນຶ່ງໃນຈໍານວນຫລາຍປະເທດໃນໂລກທີ່ມີຄວາມອຸດົມສົມບູນທີ່ສຸດຈາກອະດີດທີ່ເຄີຍຮັບຮູ້ວ່າປະເທດລ້ານຊ້າງກັບຄວາມຫມາຍງ່າຍໆຄື“ ລາວໃນອະດີດມີຊ້າງນັບລ້ານໂຕຈົນຂະຫນານນາມວ່າປະເທດຊ້າງ“

ມາເຖິງປັດຈຸບັນນີ້ ສປປ ລາວຍັງມີຊ້າງຫລົງເຫລືອຢູ່ພຽງ 700 ກວ່າໂຕທົ່ວປະເທດ ໃນນັ້ນຊ້າງປ່າມີປະມານ 300 ກວ່າໂຕ ແລະ ຊ້າງບ້ານມີປະມານ 400 ກວ່າໂຕ.ສາເຫດເຮັດໃຫ້ປະຊາກອນຊ້າງຫລຸດລົງຕາມການເວລາມີດັ່ງນີ້:

1.ເຂດທີ່ຢູ່ອາໃສຂອງຊ້າງປ່າຖືກບຸກລຸກ ແລະ ບາງບ່ອນໄດ້ນໍ້າເອົາເນື້ອທີ່ປ່ານັ້ນໄປເຮັດເຂດຜະລິດກະສິກໍາ ແລະ ໂຄງການພັດທະນາອື່ນໆ

2.ອາດມີກຸ່ມຄົນບໍ່ດີລ່າເອົາງາຊ້າງໃນອະດີດ
3.ອາດມີການເຄື່ອນຍ້າຍຖິ່ນຂ້າມເຂດຊາຍແດນ ພາຍຫລັງບ່ອນຢູ່ອາໃສຖືກບຸກ

4.ອາດນໍາເອົາຊ້າງປ່າຝຶກແອບເພື່ອລາກແກ່ສິນຄ້າ ແລະ ໄມ້ຖ່ອນໃນອະດີດເຮັດຝຸງຊ້າງຈໍານວນຫນຶ່ງຕາຍ
ແລະ ອື່ນໆ.
