ຮູ້ໄວ້ໄດ້ປະໂຫຍດ! 20 ລາຍໄດ້ ທີ່ບໍ່ໄດ້ເສຍອາກອນລາຍໄດ້

ຮູ້ໄວ້ໄດ້ປະໂຫຍດ! 20 ລາຍໄດ້ ທີ່ບໍ່ໄດ້ເສຍອາກອນລາຍໄດ້

ເມື່ອເວົ້າເຖິງອາກອນລາຍໄດ້ ເຊິ່ງເປັນໜ້າທີ່ຂອງປະຊາຊົນຜູ້ທີ່ມີອາຊີບວຽກເຮັດງານທຳຕ້ອງໄດ້ຊຳລະໃຫ້ຄົບຖ້ວນ, ແຕ່ມີ 20 ລາຍໄດ້ ທີ່ຖືກຍົກເວັ້ນບໍ່ໄດ້ເສຍອາກອນລາຍໄດ້ ກໍຄື:
1.ເງິນເດືອນ ແລະ ເງິນລາຍໄດ້ອື່ນ ທີ່ຕໍ່າກວ່າ 1.300.000 ກີບ

2.ເງິນເດືອນພະນັກງານທູດ, ພະນັກງານອົງການຈັດຕັ້ງສາກົນ ແລະ ຜູ້ຊ່ຽວຊານຕ່າງປະເທດ ທີ່ເຮັດວຽກໃນລາວ
3.ງິນອຸດໜູນ, ເງິນບຳນານ, ເງິນເບ້ຍລ້ຽງ, ເງິນເພີ່ມໂມງ ແລະ ເງິນລ່ວງເວລາ ຂອງຜູ້ທີ່ມີເງິນເດືອນພື້ນຖານບໍ່ເກີນ 2.000.000 ກີບ

4.ການຂາຍ ຫຼື ການໂອນຮຸ້ນ ແລະ ເງິນປັນຜົນຂອງຮຸ້ນ ທີ່ຈົດທະບຽນໃນຕະຫຼາດຫຼັກຊັບ

5.ການອອກຈຳໜ່າຍຫຼັກຊັບດ້ວຍການອອກຮຸ້ນ ແລະ ຮຸ້ນກູ້
6.ເງິນເດືອນ, ຄ່າແຮງງານຂອງຄົນພິການ

7.ຂອງຂວັນ, ລາງວັນ ເປັນເງິນ ທີ່ມີມູນຄ່າຕໍ່າກວ່າ 1.300.000 ກີບ

8.ຄ່າເຊົ່າຊັບສິນຂອງຫົວໜ່ວຍທຸລະກິດ ທີ່ເສຍອາກອນກຳໄລ

9.ຄັງປະກັນສັງຄົມພາກລັດ ແລະ ວິສາຫະກິດ
10.ການເຄື່ອນໄຫວທີ່ຊ່ວຍເຫຼືອສັງຄົມ
11.ດອກເບ້ຍເງິນຝາກໃນລະບົບທະນາຄານ

12.ສິນປະກັນໄພຊີວິດ
13.ເງິນບຳເນັດ

14.ເງິນນະໂຍບາຍຕໍ່ຜູ້ມີຜົນງານ ໃນການຕໍ່ສູ້ປົດປ່ອຍຊາດ
15.ລາງວັນໃນການຄິດຄົ້ນທາງວິທະຍາສາດ ແລະ ປະດິດຄິດແຕ່ງ

16.ເງິນອັດຕາກິນ, ຄ່າເດີນທາງ, ເງິນແຮ ແລະ ຄ່າພັກເຊົາຂອງພະນັກງານ-ລັດຖະກອນ

17.ການຊື້-ຂາຍດິນ ທີ່ຈົດເຂົ້າຊັບສິນຫົວໜ່ວຍທຸລະກິດ
18.ການສືບທອດມູນມໍຣະດົກ ຂອງຜູ້ເສຍຊີວິດ.

19.ຄ່າຝຶກອົບຮົມ ແລະ ການສຶກສາຕໍ່

20.ຄ່າເຄື່ອງນຸ່ງ ແລະ ອຸປະກອນ ປ້ອງກັນອຸປະຕິເຫດແຮງງານ

ອີງຕາມກົດໝາຍວ່າດ້ວຍອາກອນລາຍໄດ້ ມາດຕາ 35 ລາຍໄດ້ທີ່ຖືກຍົກເວັ້ນອາກອນລາຍໄດ້.

Leave a Reply

Your email address will not be published. Required fields are marked *

You cannot copy content of this page