ລາວເລີ່ມຈົດທະບຽນແບບອອນລາຍຜ່ານມືຖືແລ້ວ

ລາວເລີ່ມຈົດທະບຽນແບບອອນລາຍຜ່ານມືຖືແລ້ວ

ລາວ ເລີ່ມຈົດທະບຽນການເກີດດ້ວຍລະບົບເອເລັກໂຕຣນິກ
ກະຊວງພາຍໃນ ໄດ້ຈັດພິທີເປີດບັ້ນການຈົດທະບຽນການເກີດດ້ວຍລະບົບຄຸ້ມຄອງຂໍ້ມູນພົນລະເມືອງເອເລັກໂຕຣນິກ ຫຼື eCRVS ຢູ່ທີ່ຫໍປະຊຸມແຫ່ງຊາດນະຄອນຫຼວງວຽງຈັນ ເມື່ອບໍ່ດົນມານີ້ ໂດຍການເຂົ້າຮ່ວມຂອງທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ.

ທ່ານ ທອງຈັນ ມະນີໄຊ ໃຫ້ຮູ້ວ່າ : ລະບົບຄຸ້ມຄອງພົນລະເມືອງເອເລັກໂຕຣນິກນີ້ ຈະຕອບສະໜອງ ແລະ ອໍານວຍຄວາມສະດວກໃຫ້ແກ່ການຄຸ້ມຄອງ, ນໍາໃຊ້, ປົກປັກຮັກສາ ແລະ ຄົ້ນຫາຂໍ້ມູນຂອງພົນລະເມືອງສະດວກ ແລະ ວ່ອງໄວ, ວິເຄາະ ວິໄຈ ສະຖິຕິພົນລະເມືອງ ເພື່ອວາງແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດຖະບານ ແລະ ເປົ້າໝາຍຕົວຊີ້ບອກແຜນພັດທະນາຍຶນຍົງ ແລະອື່ນໆ ກະຊວງພາຍໃນໄດ້ລິເລີ່ມພັດທະນາລະບົບ eCRVS ຕັ້ງແຕ່ປີ 2017 ແລະທົດລອງນໍາໃຊ້ຢູ່ 03 ແຂວງຄື :

ນະຄອນຫຼວງວຽງຈັນ, ຫຼວງພະບາງ ແລະ ຈໍາປາສັກມີ 31 ເມືອງ ລະບົບດັ່ງກ່າວເປັນລະບົບການໃຫ້ບໍລິການຈົດທະບຽນການເກີດ, ການເສຍຊິວິດ, ການແຕ່ງດອງ, ການຢ່າຮ້າງ ແລະອື່ນໆ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍທະບຽນຄອບຄົວສໍາເລັດເບື້ອງຕົ້ນ.

ສຳລັບລະບົບດັ່ງກ່າວຍັງສາມາດບໍລິການຈົດທະບຽນແບບອອນລາຍ ແລະ ອອນລາຍຜ່ານຄອມພິວເຕີ ແລະ ໂທລະສັບມືຖືທີ່ສາມາດເຊື່ອມຕໍ່ຂໍ້ມູນຈາກຫ້ອງການພາຍໃນເມືອງ ຫາຂັ້ນສູນກາງ ແລະ ຂະແໜງການທີ່ກ່ຽວຂ້ອງກັບການແຈ້ງເກີດ ນອກນັ້ນ eCRVS ຍັງສາມາດສ້າງການລາຍງານສະຖິຕິພົນລະເມືອງປະຈໍາວັນ, ປະຈໍາເດືອນ ແລະ ປະຈໍາປີ ແລະ ຍັງມີປ່ອງບໍລິການ ເພື່ອໃຫ້ປະຊາຊົນສາມາດສະເໜີຄໍາຄິດຄໍາເຫັນຕໍ່ການບໍລິການ.

ຂໍ້ມູນໃຫ້ຮູ້ອີກວ່າ : ຮອດປີ 2024 ລັດຖະບານລາວ ຈະສູ້ຊົນໃຫ້ພົນລະເມືອງ ແລະເດັກເກີດໃໝ່ໃຫ້ໄດ້ຮັບການຈົດທະບຽນ ແລະ ມີໃບຢັ້ງຢືນການເກີດເປັນທາງການຢ່າງໜ້ອຍໃຫ້ໄດ້ 70%.

ຂ່າວໂດຍ : ຂ່າວສານພາຍໃນ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page