ອອກມາຂໍໂທດ! ຍອມຮັບຜິດ (ແທນເມຍ) ວ່າທຳເກີນກວ່າເຫດ

ອອກມາຂໍໂທດ! ຍອມຮັບຜິດ (ແທນເມຍ) ວ່າທຳເກີນກວ່າເຫດ

ຈາກເຫດການຜູ້ໃຫຍ່ມັດເດັກນ້ອຍຕິດລົດ ຍ້ອນລັກເຂົ້າໜົມ ເກີດຂຶ້ນຢູ່ບ້ານພູຫົວຊ້າງ ເມືອງອານຸວົງ ແຂວງໄຊສົມບູນ ວັນທີ 6 ມີນາ 2023 ຜ່ານມາ ກາຍເປັນການວິພາກວິຈານ ແລະ ສັງຄົມປະນາມຕໍ່ການກະທຳຂອງຜູ້ໃຫຍ່ທີ່ມີຕໍ່ເດັກ ວ່າເປັນການບໍ່ເໝາະສົມ,

ເຂົ້າຂ່າຍຜິດກົດໝາຍວ່າດ້ວຍສິດທິເດັກ ຖືວ່າເປັນການໃຊ້ຄວາມຮຸນແຮງຕໍ່ເດັກເກີນຂອບເຂດ ມີໂທດທາງອາຍາ.ຫລ້າສຸດ ພາຍໃນວັນດຽວກັນ ຜູ້ເປັນຜົວ ໄດ້ອອກມາຊີ້ແຈງເຫດການທີ່ເກີດຂຶ້ນວ່າ ເຫດການດັ່ງກ່າວນັ້ນມີແທ້,

ເດັກນ້ອຍໄດ້ມາລັກເຂົ້າໜົມໃນຮ້ານ 3 ຄັ້ງ ຜູ້ເປັນເມຍຖາມຫາພໍ່ແມ່ ຜູ້ປົກຄອງແຕ່ເດັກນ້ອຍບໍ່ຍອມບອກ ເລີຍຈັບມັດໄວ້.

ຍອມຮັບຜິດວ່າການກະທຳດັ່ງກ່າວຂອງເມຍເປັນການກະທຳທີ່ເກີນກວ່າເຫດ ພ້ອມຈະໄກ່ເກ່ຍກັບຜູ້ປົກຄອງ ແລະ ທຳອູ່ສູ່ຂວັນໃຫ້ເດັກນ້ອຍຄົນດັ່ງກ່າວ. ຂໍໂທດສັງຄົມ ດ້ວຍໃຈຈິງ.

ວ່າດ້ວຍດ້ານກົດໝາຍ

Leave a Reply

Your email address will not be published. Required fields are marked *

You cannot copy content of this page