ຕື່ມຄວາມດຸເດືອດ!ສະຫະລັດອະນຸມັດງົບຊ່ວຍເຫຼືອຢູເຄຼນ 40ຕື້ໂດລາ
ຕື່ມໄຟສົງຄາມ!! ວຸດທິສະພາ ສະຫະລັດ ລົງມະຕິດ້ວຍຄະແນນສຽງເອກະສັນ ອະນຸມັດງົບປະມານຊ່ວຍເຫຼືອທາງທະຫານແລະ ເສດຖະກິດ ໃຫ້ຢູເຄນ ມູນຄ່າ 40 ຕື້ໂດລາ
ສຳນັກຂ່າວຕ່າງປະເທດລາຍງານວ່າ:
ວຸດທິສະພາສະຫະລັດ ມິມະຕິ86 ຕໍ່ 11ສຽງ ເຫັນດີ ອະນຸມັດງົບປະມານຊ່ວຍເຫຼືອຊ່ວຍເຫຼືອທາງທະຫານແລະ ເສດຖະກິດ ສຳລັບຢູເຄນ ແລະພັນທະມິດອື່ນໆ ເຊິ່ງປະທານາທິບໍດີ ໂຈ ໄບເດັນ ຮ້ອງຂໍ ມາຕັ້ງແຕ່ເມື່ອ 3 ອາທິດກ່ອນ ໂດຍຕົວເລກລ່າສຸດນີ້ສູງກວ່າ33 ຕື້ໂດລາສະຫະລັດ ທີ່ຜູ້ນຳສະຫະລັດຂໍໄວ້.
ການຜ່ານມະຕິຮັບຮອງລ້າສຸດນີ້ ເກີດຂຶ້ນ ຫຼັງວຸດທິສະມາຊິກ ແຣນ ພອລ ທີ່ສັງກັດພັກຣິພັບລິກັນ ສະແດງຈຸດຢືນຄັດຄ້ານ ເຊິ່ງເຮັດໃຫ້ການລົງມະຕິ ລ້າຊ້າໄປ 1 ອາທິດ.
ລາຍງານລະບຸວ່າ ທ່ານ ໂຈ ໄບເດັນ ໜ້າຈະລົງນາມຮັບຮອງງົບດັ່ງກ່າວໃນໄວໆນີ້ ຂະນະທີ່ການຕໍ່ສູ້ໃນຢູເຄນກຳລັງຈະເຂົ້າສູ່ເດືອນທີ 4 ໂດຍຍັງບໍ່ມີສັນຍານວ່າຈະຢຸດຕິເມື່ອໃດ.
ທັງນີ້ການທີ່ວຸດທິສະພາ ສາມາດລົງມະຕິອະນຸມັດງົບດັ່ງກ່າວໄດ້ ຖືເປັນກໍລະນີຍົກເວັ້ນໃນສະພາສູງສະຫະລັດ ທີ່ມີການແບ່ງຂົ້ວພັກການເມືອງຢ່າງຊັດເຈນ ຈົນເຮັດໃຫ້ການຜັກດັນນະໂຍບາຍຫຼາຍຢ່າງທີ່ລັດຖະບານໄບເດັນ ສັນຍາວ່າຈະດຳເນີນການຕິດຂັດຢູ່ເລື້ອຍໆ.
ເມື່ອອາທິດຜ່ານມາ ສະພາຜູ້ແທນລາດສະດອນຫາກໍອະນຸມັດຮ່າງກົດໝາຍຄວາມຊ່ວຍເຫຼືອຢູເຄນ ດ້ວນມະຕິ 368ຕໍ່57 ສຽງ ໂດຍທີ່ຜູ້ຄັດຄ້ານທັງໝົດເປັນສະມາຊິກພັກຣີພັບລິກັນ.
ທ່ານ ຊັດ ຊູເມີ ຜູ້ນຳສຽງຂ້າງຫຼາຍໃນວຸດທິສະພາ ແລະ ສະມາຊິກພັກເດໂມແຄຣັສ ຮຽກການທີ່ສະມາຊິກພັກຣິພັບລີກັນຄັດຄ້ານຮ່າງກົດໝາຍນີ້ວ່າ”ຍິ່ງກວ່ານ່າໜັກໃຈ” ແລະ ລະບຸວ່າ ຍິ່ງວັນຍິ່ງມີສະມາຊິກພັກຣີພັບລີກັນ ສະໜັບສະໜູນແນວຄິດ ເຮັດໃຫ້ອາເມລີກາກັບມາຍິ່ງໃຫຍ່ອີກຄັ້ງ ຫລື Make America Great Again ດັ່ງທີ່ເຫັນອະດີດປະທານາທິບໍດີໂນນັນທຣັມ ໃຊ້ຫຼາຍຂຶ້ນເລື້ອຍໆ.
ທີ່ມາ: ສຶກສາ-ໄອທີ