ອ່ານດ່ວນ! ທາງທະນາຄານການອອກມາແຈ້ງເຕືອນການກົດເງິນຜ່ານຕູ້
ເຖິງ: ບັນດາລູກຄ້າ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ທີ່ເຄົາລົບ ແລະ ນັບຖືເປັນຢ່າງສູງ ເພື່ອເປັນການສະກັດກັ້ນປະກົດການຫຍໍ້ທໍ້ໃນສັງຄົມລາວໃຫ້ໝົດໄປ. ໃນປະຈຸບັນນີ້ໄດ້ມີກຸ່ມຄົນຜູ້ບໍ່ຫວັງດີ ໄດ້ມີການມາ ລັກລອບເອົາຂໍ້ມູນບັດໂດຍຜ່ານຕູ້ເອທີເອັມດ້ວຍຫຼາຍຮູບຫຼາຍແບບຄືດັ່ງຮູບຂ້າງລຸ່ມນີ້,

ສະນັ້ນ ຈິ່ງໄດ້ຮຽກຮ້ອງມາຍັງ ບັນ ດາທ່ານ ຊ່ວຍເປັນເຈົ້າການນຳກັນ ເມື່ອເວລານໍາໃຊ້ຕູ້ເອທິເອັມຄວນເອົາໃຈໃສ່ເປັນພິເສດຄວນເອົາມືບັງລະຫັດຂອງຕົນເອງ ເວລາກົດລະຫັດທຸກໆຄັ້ງ,
ຄວນມີການປ່ຽນລະຫັດລັບຢູ່ເລື້ອຍໆ ຫຼື ຖ້າຫາກກວດພົບເຫັນອຸປະກອນຄ້າຍຄືກັນກັບຮູບພາບ ລຸ່ມນີ້ແມ່ນໃຫ້ໂທແຈ້ງດ່ວນຫາພະນັກງານທີ່ຮັບຜິດຊອບຕາມເບີລຸ່ມນີ້: