ເມຍຢາກມີມື້ພັກ! ຫຼັງແຕ່ງດອງມາ22ປີສາມີຈັດໜັກທຸກມື້ ບໍ່ເວັ້ນຍາມປ່ວຍ

ເມຍຢາກມີມື້ພັກ! ຫຼັງແຕ່ງດອງມາ22ປີສາມີຈັດໜັກທຸກມື້ ບໍ່ເວັ້ນຍາມປ່ວຍ

ເມຍຢາກມີມື້ພັກ! ເມຍຈົ່ມ ແຕ່ງງານມາ 22ປີ ສາມີຍັງຫຼົງບໍໝົດໂປຣໂມຊັ່ນ ຈັດໜັດທຸກມື້ ບໍ່ເວັ້ນຍາມປ່ວຍ ແຖມຍັງບໍ່ມີທ່າທີຈະເໝື່ຶອຍອີກດ້ວຍ. ຈູ່ລີ່ ອາດີສິນລະປິນ ຄົນໄຕ້ຫວັນ ເປີດເຜີຍ ປະສົບການຄວາມຮັກ ຂອງເພື່ອນໃນລາຍການ The Detective Queen ເຮັດໃຫ້ເປັນກະແສມາແຮງ ໃນໂລກອອນລາຍ

ໂດຍ ຈູ່ລີ່ ໄດ້ກ່າວເຖິງເພື່ອນສາວ ແລະ ສາມີ ໃນຊ່ວງ 22ປີ ຂອງການແຕ່ງງານ ເຖິງອາຍຸຈະຫຼາຍຂື້ນ ສາມີເພື່ອນຍັງເປັນຄົນເກົ່າ ບໍ່ເຄີຍເປັນປ່ຽນຈັກໜ້ອຍເລີຍ ໂດຍສະເພາະເລື່ອງເທິງຕຽງ ເມື່ອສາມີຈັດໜັກຈັດເຕັມທຸກມື້ຈົນເຮັດໃຫ້ຝ່າຍພັນລະຍາບໍ່ມີເວລາໄດ້ພັກເມື່ອຍ.

ຈູ່ລີ່ເລົ່າວ່າ ເພື່ອເຄີຍປຶກສາລາວຕອນຄົບກັບແຟນທໍາອິກ ສະໄໝ ໄວລຸ່ນ ເຊີ່ງລາວຄິດວ່າການຮ່ວມຮັກກັນທຸກມື້ເປັນຊ່ວງໂປຣໂມຊັ່ນ ແຕ່ເມື່ອເວລາຜ່ານໄປ 20ກວ່າປີ ເພື່ອນຂອງລາວທັງ2ຄົນກໍຍັງເປັນແບບເກົ່າ ຄວາມຕ້ອງການບໍ່ເຄີຍຫຼຸດລົງ ສາມີຈັດໜັກ ແລະ ຈັດເຕັມໃຫ້ທຸກມື້ ບໍ່ເຄີຍພັກ ບໍ່ວ່າຈະເປັນໄຂ້ຫຼືບໍ່ສະບາຍ

ສາມີກໍຍັງຢືນຢັນທີ່ຈະເອົາຢູ່ ສະເພາະຊ່ວງມີປະຈໍາເດືອນເທົ່ານັ້ນ ທີ່ຈະມີເວລາໄດ້ພັກຫາຍໃຈ ແລະ ນອນຫຼັບເຕັມອີ່ມໃນເວລາກາງຄືນ ເພື່ອນອົດບໍ່ໄດ້ ລະບາຍຄວາມໃນໃຈດ້ວຍນໍ້າຕາ

ພຶດຕິກໍາການຮ່ວມຮັກເກີນຈິງ ດັ່ງກ່າວເຮັດໃຫ້ຫຼາຍຄົນສູ້ສຶກຕົກໃຈ ແລະ ຕັ້ງຄໍາຖາມວ່າອີກ 20ປີ ຈະຮັບໄດ້ສໍ່າໃດ ພ້ອມຖາມວ່າສາມີຮັກພັນລະຍາແທ້ຫຼືບໍ່? ຈູ່ລີ່ ໄດ້ຕອບກັບວ່າ “ ຂ້ອຍຄິດວ່າມັນເປັນຂອງຄວາມປາຖະໜາເພາະຄົນສອງຄົນເຂົ້າກັນໄດ້ປົກກະຕິຄືກັນກັບສາມີພັນລະທົ່ວໄປ ”

Leave a Reply

Your email address will not be published. Required fields are marked *

You cannot copy content of this page