ເປັນຫຍັງ! ເຈົ້າຂອງທຸລະກິດ ຫຼື ຜູ້ປະກອບການ ຈຶ່ງບໍ່ຢາກເສຍອາກອນ?.
ໃຜໆກໍ່ຮູ້ວ່າ: ການເສຍພາສີ-ອາກອນ ເປັນການປະກອບສ່ວນພັນທະເຂົ້າງົບປະມານແຫ່ງລັດ, ຊຶ່ງທຸກຄົນທີ່ມີລາຍຮັບຕ່າງໆ ເຊັ່ນ: ລາຍໄດ້ຈາກເງິນເດືອນ, ຄ່າແຮງງານ, ກໍາໄລຈາກການເຮັດທຸລະກິດ, ຜົນປະກອບການ ແລະ ອື່ນໆ ທີ່ກໍານົດໄວ້ໃນກົດໝາຍ ວ່າດ້ວຍສ່ວຍສາອາກອນ (ສະບັບປັບປຸງ).
ແຕ່ໃນການຈັດຕັ້ງປະຕິບັດຕົວຈິງ, ໂດຍສະເພາະແມ່ນບັນດາຫົວໜ່ວຍທຸລະກິດ, ຜູ້ປະກອບກິດຈະການ, ບໍລິສັດ, ຫ້າງຮ້ານ ແລະ ອື່ນໆ ຍັງຖືເບົາຕໍ່ການມອບພັນທະຂອງຕົນເຂົ້າງົບປະມານແຫ່ງລັດ ຫຼື ເວົ້າງ່າຍໆກໍ່ແມ່ນ ຍັງບໍ່ຢາກແຈ້ງເສຍພາສີ-ອາກອນ ຕາມທີ່ລະບຸໄວ້ໃນກົດໝາຍ ແລະ ໃບອະນຸຍາດດໍາເນີນທຸລະກິດໃນແຕ່ລະຂະແໜງການ.
ຍົກຕົວຢ່າງ: ກໍລະນີ ເມືອງໄຊເຊດຖາ, ນະຄອນຫຼວງວຽງຈັນ; ອີງຕາມຕົວເລກທ້າຍປີ 2022 ຜ່ານມາ ໄດ້ມີຫົວໜ່ວຍທຸລະກິດທີ່ຢູ່ພາຍໃນການຄຸ້ມຄອງ ແລະ ຂຶ້ນກັບເມືອງໄຊເຊດຖາ ທັງໝົດ 943 ຫົວໜ່ວຍ.
ຫຼ້າສຸດ, ສ່ວຍສາອາກອນປະຈໍາເມືອງ ຈຶ່ງໄດ້ແຈ້ງການເຖິງຈົ້າຂອງທຸລະກິດ ໃຫ້ເຂົ້າມາພົວພັນສະແດງເຈດຈໍານົງ ແລະ ແຈ້ງມອບອາກອນ. ເນື່ອງຈາກໄລຍະຜ່ານມາ ໄດ້ມີການຜ່ອນຜັນຫຼາຍແລ້ວ ຈຶ່ງເຮັດໃຫ້ການເກັບລາຍຮັບເຂົ້າງົບປະມານຊັກຊ້າ.
ທີ່ມາ: TargetMagazine