ຊ່ວຍບໍລິຈາກຄ່າໂລງສົບໃຫ້ພໍ່ຈົວນ້ອຍດ້ວຍເທີດ

ຊ່ວຍບໍລິຈາກຄ່າໂລງສົບໃຫ້ພໍ່ຈົວນ້ອຍດ້ວຍເທີດ

ໃນຄ່ຳຄືນມື້ນີ້ 14/04/2023 ມີຜູ້ຮ້ອງຂໍໃຫ້ຊ່ວຍເຫຼືອເຮັດງານສົບໃຫ້ແນ່ ເພາະຫມົດເຮືອນມີແຕ່ເດັກນ້ອຍແລະໄວຫນຸ່ມຢູ່ນຳກັນ ໄຮ້ທີ່ພືງພາອາໃສ ຍ້ອນແມ່ພວກເຂົາເສຍຊີວີດໄປຕັ້ງແຕ່ປີ2018

ຜູ້ເສຍຊີວິດຄືພໍ່ພວກເຂົາ ຊື່ ພໍ່ສະຖຽນ ອາຍຸ55ປີ ອາຊີບປະຊາຊົນ. ຢູ່ບ້ານ ດົງໂພນເລົາເມືອງຫາດຊາຍຟອງ ອາຊີຮັບຈ້າງທົ່ວໄປ ມີລູກຊາຍ2ຄົນ ລູກຊາຍກົກທ້າວຕະ ອາຍຸ 13ປີ ຮຽນ ຈົບປໍ5 ບໍ່ໄດ້ຮຽນຕໍ່ ຍ້ອນພໍ່ບໍ່ສະບາຍບໍ່ມີໃຜໄປຮັບໄປສົ່ງ ແລະບໍ່ມີເງີນທີ່ສົ່ງລູກຮຽນ ລຳບາກໃນແຕ່ລະວັນ

ລູກຊາຍຫລ້າ. ອາຍຸ 9ປິ ຫາກໍ່ບວດຮຽນໄດ້1ເດືອນ. ສາເຫດທີ່ບວດ ຍ້ອນພໍ່ບໍ່ສະບາຍ ບໍ່ຢາກເປັນພາລະໃຫ້ພໍ່ ເພີ່ນຈື່ງຂໍພໍມາບວດນຳ ອາຈານຢູ່ວັດ ແລະໄດ້ທຽວໄປເບີ່ງພໍ່ ອາໃສມີເຂົ້າຈາກກົ້ນບາດໄປໃຫ້ພໍ່ກີນທຸກມື້ພໍປະທັງຊີວີດໄປ

ສ່ວນເຮືອນທີ່ຢູ່ກໍ່ບໍ່ແມ່ນເຮືອນຕົນເອງ ເປັນເຮືອນຂອງຄົນອື່ນ ອາໃສ ເຮືອນໄມ້ເກົ່າໆ ຂອງໄທບ້ານ ຢູ່ ໂດຍມີລູກຊາຍຕິດເມຍ ເປັນຜູ້ດູແລ ແລະລູກສາວທີ່ເປັນລູກຕິດເມຍ ຄ່ອຍຊ່ວຍເຫຼືອ ເປັນຜູ້ດູແລ ແຕ່ກະບໍ່ໄຫວນຳພາລະແລະການດູແລໃຊ້ຈ່າຍຈື່ງເຮັດໄດ້ເທົ່າທີ່ແຮງມີ

ເຮັດແທນຈົວນ້ອຍທີ່ບວດ. ຈົນອາການຊຸດລົງ ເງີນຈະໄປໂຮງຫມໍກໍບໍ່ມີ ໄດ້ແຕ່ນັ່ງເບີ່ງພໍ່ຈາກໄປທັງນຳຕາດ້ວຍໂລກມະເລັງລຳໃສ້ ສະນັ້ນຈື່ງວານຜູ້ໃຈບຸນຊ່ວຍປັດໃຈບໍລິຈາກຄ່າໂລງຈັດງານສົບຂອງພໍ່ຈົວນ້ອຍໃນຄັ້ງນີ້ດ້ວຍເທີດສາທຸ

ທີ່: ເລກບັນຊີ ທະນາຄານການຄ້າ ຕ່າງປະເທດລາວ
THE ASSOCIATION OF ASSISTANCE AND RELIEF VIENTIANE CAPITAL
010120001940404001 ກີບ ສອບຖາມຂໍ້ມູນເພີ່ມເຕີມ54000089

ສະຖານທີ່ຈັດງານສົບວັດປ່າດົງໂພນເລົາ ເນື່ອງຈາກວ່າຜູ້ຕາຍບໍ່ມີເຮືອນຢູ່ເລີຍໄດ້ເອົາໄປໄວ້ວັດເພາະເກັງໃຈເຈົ້າຂອງເຮືອນເພີ່ນ

Leave a Reply

Your email address will not be published. Required fields are marked *

You cannot copy content of this page