ກາເຟນົມເຢັນຫວຽດນາມຕິດອັນດັບ 2ແຊບທີ່ສຸດໃນໂລກ
ກາເຟນົມຂົ້ນເຢັນ ຂອງ ຫວຽດນາມ ຫຼື Ca phe sua da ຕິດອັນດັບ 2 ກາເຟ ທີ່ມີລົດຊາດ ດີທີ່ສຸດ ຂອງໂລກ ຈັດອັນດັບໂດຍ ເວັບໄຊ TasteAtlas. ກາເຟເຢັນຫວຽດນາມ ເປັນເຄື່ອງດື່ມທີ່ປະສົມປະສານລະຫວ່າງກາເຟທີ່ເຂັ້ມຂົ້ນ ນົມຂົ້ນຫວານ ແລະນຳ້ກ້ອນ
ໂດຍມີການປະສົມປະສານ ແລະ ເຂົ້າກັນຢ່າງດີ ເຮັດຈາກກາເຟໂຣບັສຕາທີ່ປູກໃນຫວຽດນາມ ເຊິ່ງເບິ່ງຄືວ່າມັນກໍບໍ່ຕ່າງຈາກກາເຟທົ່ວໄປ ແຕ່ສິ່ງທີ່ເຮັດໃຫ້ມັນແຕກຕ່າງຂຶ້ນ ແມ່ນຢູ່ທີ່ ເມັດກາເຟ ແລະນົມທີ່ໃຊ້ນັ້ນເອງ. ໃນການຈັດອັນດັບ ກາເຟຂອງຫວຽດນາມ ໄດ້ຄະແນນ 4.6 ຈາກ 5.
ກາເຟອື່ນທີ່ຕິດຢູ່ໃນ 10 ອັນດັບຂອງ TasteAtlas ປະກອບມີ:
1. Ristretto ອີຕາລີ
2. Vietnamese Iced Coffee ຫວຽດນາມ
3. Cappuccino ອີຕາລີ
4. Frappé ເກຣັກ
5. Macchiato ອີຕາລີ
6. Freddo cappuccino ເກຣັກ
7. Espresso freddo ເກຣັກ
8. Espresso ອີຕາລີ
9. Turkish Coffee ຕຣວກກີ
10. Cortado ແອັດສປາຍ
ສື່ VN Express ຂອງຫວຽດນາມ ລາຍງານວ່າ ກາເຟຫວຽດນາມ ສ່ວນໃຫຍ່ມັກຊົງໃສ່ຈອກແກ້ວ ສູງ ມີຂາຍທົ່ວໄປ ໃນລາຄາປະມານ ຈອກລະ VND10,000-15,000 ($0.42-0.63) ຢູ່ຕາມທ້ອງຖະໜົນ ແລະ ລາຄາປະມານ VND40,000-60,000 ຢູ່ຕາມຮ້ານຄາເຟ້.
ຫວຽດນາມ ມີວັດທະນາທໍາການດື່ມກາເຟ ທີ່ມີມາຍາວນານ ແລະ ຫວຽດນາມ ຍັງເປັນປະເທດ ທີ່ມີການສົ່ງອອກກາເຟ ສູງເປັນອັນດັບ 2 ຂອງໂລກ.
@FM90 ລາຍງານ