ນີ້ແຫຼະ! ຄູ່ສ້າງຄູ່ຫາ ເລີກການພາລູກພາເມຍຫາລາຍໄດ້ເສີມ
ຂໍອະນຸດຍາດເຈົ້າຂອງພາບ ເປັນພາບຄູ່ຜົວເມຍພ້ອມລູກນ້ອຍທີ່ໃຊ້ເວລາກ່ອນໄປວຽກແລະຫຼັງເລີກວຽກຫາລາຍໄດ້ເສີມ ແລະ ເປັນອີກພາບໜຶ່ງທີ່ປະທັບໃຈນິລະເນາະເພີ່ນຈຶ່ງວ່າຄູ່ສ້າງຄູ່ຫາພ້ອມກັນຫາບໍ່ວ່າຈະທຸກຫຼືສຸກກໍພ້ອມຈັບມືກັນ

ແລະຢູ່ຄຽງຂ້າງໄຫ້ກຳລັງໃຈເຊິ່ງກັນແລະກັນຊິມີຈັກຄົນທີ່ເປັນແບບຢ່າງທີ່ດີແນວນີລະບໍຈຶ່ງເອີ້ນວ່າຫົວໜ້າຄອບຄົວເລີກການມາກະພາລູກເມຍຫາເງີນຫາຄຳຄ້າຂາຍເປັນອາຊີບເສີມທີ່ຫຼາຍຄົນຢູ່ລອດ

ເຖິງຊິບໍ່ຫຼູຫຼາແຕ່ມີກິນເຮັດແລ້ວມີຄວາມສຸກມີຢູ່ມີກິນທີ່ສຳຄັນບໍ່ເດຶອດຮ້ອນໃຜ(ໃຜກາຍໄປກາຍມາແຖວຕໍ່ໜ້າໂຮງງານຫຼັກ18ກະແວ່ອຸດໜູນເອື້ອຍອ້າຍເພີ່ນແດ່ເດີຂາຍກະຖືກໆ)

ເຫັນລະພູມໃຈແທນຈົນອະທິບາຍບໍ່ຖືກ ຕ່າງຈາກເຮົາດິ້ນລົ້ນຄົນດ່ຽວແຕ່ກະຂອບໃຈທີ່ເຮັດໄຫ້ຮູ້ນິດໃສໃຈຄົນຫຼາຍຂື້ນທໍ້ໄດ້ແຕ່ຢ່າຖອຍ