ເປີດປະມູນ ແຮ່ທາດ (ຫີນປາໂກດິດ) ທີ່ຮິບໄວ້ຢູ່ດ່ານພາສີສາກົນລານຕຸ້ຍ

ເປີດປະມູນ ແຮ່ທາດ (ຫີນປາໂກດິດ) ທີ່ຮິບໄວ້ຢູ່ດ່ານພາສີສາກົນລານຕຸ້ຍ

ພາສີປະຈຳແຂວງຜົ້ງສາລີ ເປີດຮ່ວມປະມູນຂາຍສິນຄ້າ ປະເພດແຮ່ທາດ (ຫີນປາໂກດິດ) ທີ່ຮິບໄວ້ຢູ່ດ່ານພາສີສາກົນລານຕຸ້ຍ, ດ້ວຍຮູບແບບປະມູນເປີດກວ້າງ ຕາມແຈ້ງການຂອງພາສີປະຈຳແຂວງຜົ້ງສາລີ

ໄດ້ແຈ້ງໃຫ້ບັນດາຫົວໜ່ວຍທຸລະກິດນິຕິບຸກຄົນ ແລະ ອົງການຈັດຕັ້ງຕ່າງໆ ຜູ້ທີ່ມີຄວາມສົນໃຈເຂົ້າຮ່ວມປະມູນຊາບວ່າ: ພາສີປະຈຳແຂວງ ມີສິນຄ້າ, ເຄື່ອງຂອງ ປະເພດແຮ່ທາດ (ຫີນປາໂກດິດ) ທີ່ໄດ້ຮິບໄວ້ເປັນຂອງລັດ ຈຳນວນ 115 ເປົາ = 3.760 ກລ ເພື່ອປະມູນຂາຍ (ເປີດກວ້າງ)

ຖ້າທ່ານມີຄວາມສົນໃຈ ຢາກເຂົ້າຮ່ວມປະມູນແຂ່ງຂັນລາຄາ ສາມາດຕິດຕໍ່ ຊື້ປະມູນ ແລະ ເບິ່ງສິນຄ້າຕົວຈິງໄດ້ທີ່ດ່ານພາສີສາກົນລານຕຸ້ຍ, ເມືອງຍອດອູ, ແຂວງ ຜົ້ງສາລີ ແລະ ພະແນກພະລັງງານ ແລະ ບໍ່ແຮ່.

ທີ່ມາ: ກະຊວງການເງິນ

Leave a Reply

Your email address will not be published. Required fields are marked *

You cannot copy content of this page