ໄຟຟ້າລາວ ເຮັດແທ້! ດໍາເນີນຄະດີຕໍ່ຜູ້ລັກໃຊ້ໄຟ 260 ກໍລະນີ, ປັບໄໝເປັນເງິນເຖິງ 68 ຕື້ກີບ.

ໄຟຟ້າລາວ ເຮັດແທ້! ດໍາເນີນຄະດີຕໍ່ຜູ້ລັກໃຊ້ໄຟ 260 ກໍລະນີ, ປັບໄໝເປັນເງິນເຖິງ 68 ຕື້ກີບ.

ປີ 2022 ຜ່ານມານີ້, ລັດວິສາຫະກິດໄຟຟ້າລາວ (ຟຟລ) ກວດພົບເຫັນ ແລະ ດໍາເນີນຄະດີຕໍ່ຜູ້ລັກລອບໃຊ້ກະແສໄຟຟ້າທັງໝົດ 260 ກໍລະນີ.ໃນນີ້, ມີທັງຂະແໜງອຸດສາຫະກຳລາຍໃຫຍ່, ລວມເຖີງຄົນຕ່າງປະເທດທີ່ເຊົ່າບ່ອນຢູ່ເພື່ອເຮັດທຸລະກິດ ແລະ ປະຊາຊົນທົ່ວໄປ ເຊິ່ງສາມາດເກັບກູ້ພະລັງງານຄືນມາ ແລະ ປັບໄໝເປັນເງິນເຖິງ 68 ຕື້ກີບ.

ທ່ານ ຈັນທະບູນ ສຸກອາລຸນ, ຜູ້ອໍານວຍການໃຫຍ່ລັດວິສາຫະກິດ ຟຟລ ລາຍງານໃຫ້ຮູ້ຢູ່ກອງປະຊຸມການດໍາເນີນທຸລະກິດຂອງລັດວິສາຫະກິດ ຟຟລ ຈັດຂື້ນໃນວັນທີ 10 ມີນາ 2023 ຢູ່ສໍານັກງານໃຫຍ່ ຟຟລ, ນະຄອນຫຼວງວຽງຈັນ ວ່າ:

ໃນຈຳນວນຜູ້ລັກລອບໃຊ້ກະແສໄຟຟ້າທັງໝົດນີ້, ຫຼາຍກວ່າໝູ່ແມ່ນຢູ່ນະຄອນຫຼວງວຽງຈັນ ມີເຖິງ 160 ກໍລະນີ, ແຕ່ບາງແຂວງເກືອບວ່າບໍ່ມີເລີຍ. ການລັກລອບໃຊ້ກະແສໄຟຟ້າ ຫຼື ໃຊ້ໄຟຟ້ານອກລະບົບ ເຮັດໃຫ້ມີພະລັງງານຕົກເຮ່ຍໄດ້ສ້າງຜົນເສຍຫາຍອັນໃຫຍ່ຫຼວງຕໍ່ການພັດທະນາປະເທດຊາດ.

ຕໍ່ບັນຫາເກີດຂຶ້ນ ຟຟລ ໄດ້ພະຍາຍາມແກ້ໄຂ ແລະ ລົງກວດກາກົງເຕີ່ໄຟເປັນປະຈໍາ ເຮັດໃຫ້ມາຮອດປັດຈຸບັນສະພາບການລັກລອບໃຊ້ກະແສໄຟຟ້າມີທ່າອ່ຽງຫຼຸດລົງ.ໃນນີ້, ສະເພາະໃນປີ 2022 ຜ່ານມາ ສາມາດເຮັດໃຫ້ພະລັງງານຕົກເຮ່ຍຫຼຸດລົງ 2,29% ສາມາດປະຢັດເງິນໄດ້ສູງເຖິງ 400 ຕື້ກີບ.

ທີ່ມາ: FM90 ລາຍງານ

Leave a Reply

Your email address will not be published. Required fields are marked *

You cannot copy content of this page