ຖືກນາຍໜ້າຄົນລາວຕວົະໄປເຮັດວຽກເປັນຄົນຮັບໃຊ້ຢູ່ໄທນານ 16ປີບໍ່ເຄີຍໄດ້ເງິນເດືອນ

ຖືກນາຍໜ້າຄົນລາວຕວົະໄປເຮັດວຽກເປັນຄົນຮັບໃຊ້ຢູ່ໄທນານ 16ປີບໍ່ເຄີຍໄດ້ເງິນເດືອນ

ໃນວັນ 11 ມີນາ ທີ່ຜ່ານມາ ຕຳລວດກວດຄົນເຂົ້າເມືອງ (ຕມ) ແລະ ເຈົ້າໜ້າທີ່ ພາກສ່ວນແຮງງານ ຂອງໄທ ໄດ້ເຂົ້າຊ່ວຍເຫຼືອແມ່ຍິງລາວ, ອາຍຸ 28 ປີ ອອກຈາກເຮືອນຫຼັງຫນຶ່ງ ຢູ່ເຂດບາງບອນ, ບາງກອກ (ກຸງເທບ), ປະເທດໄທ

ເຊິ່ງນາງເຮັດວຽກ ເປັນຄົນຮັບໃຊ້ ດົນເຖິງເວລາ 16 ປີ ຫຼື ຕັ້ງແຕ່ນາງ ອາຍຸໄດ້ ປະມານ 12 ຫຼື 13 ປີ ໂດຍທີ່ນາງ ບໍ່ໄດ້ຄ່າຈ້າງແຮງງານ ແລະ ບໍ່ສາມາດກັບຄືນປະເທດໄດ້.

ພາຍຫຼັງ ການຊ່ວຍເຫຼືອແມ່ຍິງລາວ ຄົນດັ່ງກ່າວ ນາງໄດ້ບອກກັບເຈົ້າໜ້າທີ່ຕຳລວດໄທ ໃນເບື້ອງຕົ້ນວ່າ ຕອນນາງອາຍຸ ໄດ້ 13 ປີ, ນາງຖືກນາຍໜ້າ ທີ່ເປັນຄົນລາວ ພາມາສົ່ງຕໍ່ໃຫ້ກັບນາຍໜ້າ ຄົນໄທ ແລະ ນາຍໜ້າຄົນໄທ ໄດ້ສົ່ງນາງໃຫ້ໄປເປັນຄົນຮັບໃຊ້ ໃນເຮືອນຫຼັງທີ່ນາງເຮັດວຽກຢູ່ປັດຈຸບັນ.

ເຖິງແມ່ນວ່າ ຕະລອດໄລຍະເວລາ ທີ່ຜ່ານມາ, ນາຍຈ້າງບໍ່ໄດ້ກັກຂັງ ຫຼື ທຸບຕີນາງ, ແຕ່ນາງບໍ່ເຄີຍໄດ້ເງິນເດືອນເລີຍ ແຖມຍັງຕ້ອງເຮັດວຽກ ທຸກໆມື້ ແບບບໍ່ມີມື້ພັກ ຕັ້ງແຕ່ 7 ໂມງເຊົາ ຮອດ 6 ໂຮງແລງ.

ເບື້ອງຕົ້ນ ເຈົ້າໜ້າທີ່ໄດ້ຕັ້ງຂໍ້ຫາ ນາຍຈ້າງຊາວໄທ ບັງຄັບໃຊ້ແຮງງານ ໂດຍບໍ່ໃຫ້ຄ່າຈ້າງແຮງງານ ແລະໃຊ້ແຮງງານເກີນ ເວລາທີ່ກົດໝາຍກຳນົດ, ສ່ວນຂໍ້ຫາອື່ນໆນັ້ນ ເຈົ້າໜ້າທີ່ ຍັງຕ້ອງສອບປາກຄຳ ທັງນາຍຈ້າງ ແລະແມ່ຍິງລາວຄົນດັ່ງກ່າວຕື່ມກ່ອນ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page