ນ້ຳຕາຊຶມ! ແມ່ປອມໂຕເປັນຜູ້ຊາຍເກືອບ40ປີ ເພື່ອລ້ຽງລູກສາວ

ປອມຕົວເປັນຜູ້ຊາຍເກືອບ 40ປີ ເພື່ອລ້ຽງລູກສາວໃຫ້ປອດໄພ ຫຼັງຈາກຖຶກຂົົ່ມຂູ່ຢ່າງຮຸນແຮງ

ນໍ້າຕາຊືມ! ປອມຕົວເປັນຜູ້ຊາຍເກືອບ 40ປີ ເພື່ອລ້ຽງລູກສາວໃຫ້ປອດໄພ ຫຼັງຈາກຖຶກຂົົ່ມຂູ່ຢ່າງຮຸນແຮງ ຈາກສັງຄົມຜູ້ຊາຍມີອໍານາດຫຼາຍກວ່າ ແມ່ຍິງຄົນທາມິນາທູ ອາຍຸ 57ປີ

ໃຊ້ວິທີບໍ່ທຳມະດາປອມຕົວເປັນຜູ້ຊາຍເກືອບ 40ປີ ເພື່ອທີ່ຈະໄດ້ລ້ຽງລູກສາວເອງຄົນດຽວ ໃນສັງຄົມປະຊາທິປະໄຕ ຫຼັງຈາກສູນເສຍສາມີດ້ວຍອາການຫົວໃຈວາຍ ເຊີ່ງລາວໄດ້ເລົ່າຄວາມຈິງຂອງເລື່ອງລາວທີ່ໜ້າປະລາດ ກາຍເປັນກະແສໃນໂລກອອນລາຍ.

ເຊີ່ງ ເພັດຈຽມມາລ ຫຼັງແຕ່ງງານໄດ້ 15ມື້ ສາມີກໍເສຍຊີວິດ ຕອນນັ້ນລາວ ອາຍຸ 20ປີ ແລະ ໄດ້ຖືພາລູກສາວ ຫຼັງຈາກກໍາເນີດລູກສາວແລ້ວ ລາວຕັດສີນໃຈບໍ່ແຕ່ງງານອີກ ເລີ່ີມເຮັດວຽກຕ່າງໆ ເພື່ອຫາລາຍໄດ້ ແຕ່ການເປັນແມ່ລ້ຽງດ່ຽວ ໃນຣັດ ທາມິນາທູ ປະເທດອິນເດຍ

ເຊີ່ງເປັນສັງຄົມທີ່ບູຮານ ມີປະຊາທິປະໄຕ ຜູ້ຊາຍມີອໍານາດຫຼາຍກວ່າຜູ້ຍິງ ເຊີ່ງລາວຕ້ອງປະເຊີນກັບການຖືກຄົນພາຍໃນບ້ານ ກໍ່ກວນ, ລ່ວງລະເມີດ ແລະ ການເຍາະເຍີ້ຍທຸກມື້ ດັ່ງນັ້ນ ລາວຈື່ງຕັດສິນໃຈວ່າລາວຈໍາເປັນຕ້ອງປ່ຽນແປງຄັ້ງຫຍິ່ງໃຫຍ່.

ບໍ່ໜ້າເຊື່ອ ເພັດຈຽມມາລ ຈະສາມາດປົກປິດຕົວຕົນທີ່ແທ້ຈິີງຂອງລາວໄດ້ຫຼາຍກວ່າ 36ປີ ປະຈຸບັນ ລູກສາວຂອງລາວໄດ້ເຕີບໃຫຍ່ ແລະ ແຕ່ງງານກັບສາມີທີ່ຄອບຄົວຖານະທາງການເງີນດີ ດັ່ງນັ້ນ ລາວຈື່ງບໍ່ຈໍາເປັນຕ້ອງປົກປິດຕົວຕົນທີ່ແທ້ຈິງອີກຕໍ່ໄປ

ລາວຕັດສິນໃຈເປີດເຜີຍຕົວຕົນທີ່ແທ້ຈິງ ແລະ ໄດ້ຮັບການຍົກຍ້ອງຈາກຜູ້ຄົນເກືອບລ້ານໃນອີນເດຍ ແຕ່ ເພັດຈຽມ ຍັງບໍ່ພ້ອມທີ່ຈະປ່ຽນແປງການນຸ້ງຖືຫຼືຕົວຕົນ ລາວບໍ່ຕ້ອງການກັບໄປໃຊ້ຊີວິດແບບເກົ່າອີກແລ້ວ

“ການປອມຕົວເປັນຜູ້ຊາຍດົນກວ່າ 40ປີ ເຮັດໃຫ້ລູກສາວປອດໄພ ລາວຈື່ງຢາກເປັນຜູ້ຊາຍຕະຫຼອດໄປ”

Leave a Reply

Your email address will not be published. Required fields are marked *

You cannot copy content of this page