ດ່ວນ ! ເກີດເຫດໄຟໄໝ້ລົດພ່ວງທີ່ບ້ານເວີນກະເບົາ ເມືອງປາກງື່ມ ນະຄອນຫລວງວຽງຈັນ
ເວລາ 10:30 ຂອງ ວັນທີ 24 ມີນາ2023 ນີ້ ເກີດເຫດໄຟໄໝ້ລົດພ່ວງທີ່ບ້ານເວີນກະເບົາ ເມືອງປາກງື່ມ ນະຄອນຫລວງວຽງຈັນ ເປັນລົດທີ່ບັນທຸກຢາງລົດ.

ສາເຫດເບື້ອງຕົ້ນແມ່ນ ລົດຄັນດັ່ງກ່າວໄດ້ເກີດຕີນແຕກດ້ານຫລັງເຮັດໃຫ້ເກີດປະກາຍໄຟທາງຫລັງເຮັດໃຫ້ໄຟໄໝ້ ແລະ ລຸກລາມ ຈຶ່ງໄດ້ຖອດຫົວລົດອອກໄດ້ທັນໂຊກດີບໍ່ມີຜູ້ບາດເຈັບ.

ເຈົ້າໜ້າທີ່ສະກັດກັ້ນອັກຄີໄພເມືອງປາກງື່ມພວມເກັບກຳຂໍ້ມູນ ແລະ ຄວບຄຸມເພີງ.

….

ຂ່າວຮູບພາບລາວພັດທະນາ