ເມືອງປາກລາຍທໍາລາຍສິນຄ້າ ໝົດອາຍຸ ເຊື່ອມຄຸນ

ເມືອງປາກລາຍທໍາລາຍສິນຄ້າ ໝົດອາຍຸ ເຊື່ອມຄຸນ

ຂປລ. ແຫລ່ງຂ່າວຈາກ ເມືອງປາກລາຍ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ພິທີທໍາລາຍສິນຄ້າໝົດອາຍຸ ເສືອມຄຸນນະພາບ ແລະ ອາຫານສົດທີ່ມີສານປົນເປື້ອນໃນອາຫານ ຈັດຂຶ້ນໃນວັນທີ 30 ມີນາ ຜ່ານມາ ທີ່ສະໜາມຂີ້ເຫຍື້ອ ບ້ານນໍ້າຊົ້ງ ເມືອງປາກລາຍ ໂດຍມີ ທ່ານ ບຸນພະລັງ ວິໄລສັກ ຮອງເຈົ້າເມືອງປາກລາຍ, ມີຫົວໜ້າ-ຮອງຫົວໜ້າຫ້ອງການ, ພະນັກງານວິຊາການຈາກຂະແໜງການກ່ຽວຂ້ອງຂອງເມືອງ ເຂົ້າຮວ່ມ.

ສິນຄ້າທີ່ນໍາມາທໍາລາຍ ໃນຄັ້ງນີ້, ແມ່ນໄດ້ມາຈາກການລົງກວດກາຕົວຈິງຂອງເຈົ້າໜ້າທີ່ກ່ຽວຂ້ອງໃນທ້າຍເດືອນກຸມພາ 2023 ຜ່ານມາ ໃນ 13 ບ້ານເທສະບານເມືອງ, ໄດ້ລົງກວດກາຮ້ານຄ້າທັງໝົດ 89 ຮ້ານ ແລະ ໄດ້ກວດພົບສິນຄ້າໝົດອາຍຸ 17 ຮ້ານ, ຈໍານວນ 75 ລາຍການ, ມູນຄ່າ 9 ລ້ານກວ່າກີບ,

ການລົງກວດກາສິນຄ້າຕົວຈິງໃນຄັ້ງນີ້ ໄດ້ກວດພົບສານປົນເປຶ້ອນໃນອາຫານ ໂດຍສະເພາະສານ: Formalin ແລະ Brorax ໃນອາຫານສົດ, ອາຫານແຊ່ແຂງ ປະກອບມີ: ຍໍ່ຂ່າວ, ປາມຶກແຫ້ງ, ປອດໝູ, ເຄື່ອງໃນໄກ່, ປີກໄກ່, ນ່ອງໄກ່, ຂາໄກ່, ຊີກໂຄງໄກ່, ຮອດດອກ, ເບຣຄອນ, ອາຫານເສີມ 4 ລາຍການ, ເຄື່ອງສໍາອາງ 13 ລາຍການ, ເຄື່ອງປຸງ 14

ລາຍການ, ໝີ່, ເຂົ້າໜົມ 16 ລາຍການ, ຊາ, ນົມ, ກາເຟ, ແລະ ນໍ້າອັດລົມ 17 ລາຍການ. ຕໍ່ກັບບັນດາຫ້າງຮ້ານທີ່ຂາຍສິນຄ້າໝົດອາຍຸ ເສືອມຄຸນນະພາບ ແລະ ອາຫານສົດທີ່ມີສານປົນເປື້ອນໃນອາຫານ ທາງເຈົ້າໜ້າທີ່ໄດ້ສຶກສາອົບຮົມກ່າວເຕືອນ, ເຮັດບົດບັນທຶກ ແລະ ປັບໃໝຕາມລະບຽບການ.

ໂອກາດນີ້, ທ່ານ ບຸນພະລັງ ວິໄລສັກ ຮອງເຈົ້າເມືອງປາກລາຍ ກໍໄດ້ຮຽກຮ້ອງມາຍັງຜູ້ປະກອບການ ຫ້າງຮ້ານຕ່າງໆໃນທົ່ວເມືອງ ຕ້ອງໄດ້ຕິດຕາມກວດກາສິນຄ້າຂອງຕົນຢ່າງເປັນປະຈໍາ ກ່ອນຈະມາວາງຈໍາໜ່າຍ ເມື່ອໝົດອາຍຸເສືອມຄຸນແລ້ວ ຕ້ອງໄດ້ທໍາລາຍຖິ້ມ;

ຕໍ່ກັບຜູ້ບໍລິໂພກ ກ່ອນຈະຊື້ສິນຄ້າປະເພດຕ່າງໆ ຕ້ອງມີສະຕິລະວັງຕົວ ເບິ່ງວັນເດືອນປີໝົດອາຍຸຂອງສິນຄ້າດັ່ງກ່າວກ່ອນ ຈຶ່ງຊື້ມາບໍລິໂພກ ເພື່ອໃຫ້ໄດ້ສິນຄ້າທີ່ດີ ມີຄຸນນະພາບ ແລະ ມີຜົນປະໂຫຍດຕໍ່ສຸຂະພາບຂອງທ່ານເອງ ເມື່ອນໍາໄປບໍລິໂພກ.

ຂ່າວ: ກ່າ ຄຸດທະວັງສັກ

Leave a Reply

Your email address will not be published. Required fields are marked *

You cannot copy content of this page