ຜູ້ນໍາສະຫະລັດ-ເກົາຫຼີໃຕ້ ພິຈາລະນາເພີ່ມການຊ້ອມຮົບ ຕອບໂຕ້ການຂົ່ມຂູ່ຈາກເກົາຫຼີເໜືອ.
ໃນວັນທີ 21ພຶດສະພາ ປະທານາທິບໍດີສະຫະລັດອາເມຣິກາ ໂຈ ໄບເດນ ແລະ ປະທານິທິບໍດີ ເກົາຫຼີໃຕ້ຄົນໃໝ່ ຍຸນ ຊ໊ອກຍ໊ອລ ໄດ້ກ່າວຮ່ວມກັນວ່າ ຈະພິຈາລະນາເພີ່ມການຊ້ອມຮົບຮ່ວມກັບທາງການທະຫານ ເພື່ອຕອບສະໜອງການຂົ່ມຂູ່ ຈາກເກົາຫຼີເໜືອ.
ຂະນະດຽວກັນ ຈະສະເໜີໃຫ້ຄວາມຊ່ວຍເຫຼືອເກົາຫຼີເໜືອ ໃນການປະເຊີນໜ້າການລະບາດຂອງໂຄວິດ-19 ທັງສອງຜູ້ນໍາລະບຸໃຫ້ຖະແຫຼງການຫຼັງການປະຊຸມໃນກຣຸງໂຊລ ວ່າເມື່ອພິຈາລະນາເຖີງການຂົ່ມຂູ່ທີ່ກໍາລັງຈະເກີດຂື້ນໂດຍເກົາຫຼີເໜືອ ທັງສອງຕົກລົງທີ່ຈະເລີ່ມການເຈລະຈາເພື່ອຂະຫຍາຍຂອບເຂດ ແລະ ຂະໜາດການຝຶກທະຫານແບບປະສົມປະສານ.
ເກົາຫຼີຖະແລງການລະບຸວ່າ ຜູ້ນໍາທັງສອງຍັງສະແດງຄວາມເປັນຫ່ວງຕໍ່ການລະບາດຂອງໂຄວິດ-19 ໃນເກົາຫຼີເໜືອ ແລະ ຕັ້ງໃຈເຮັດວຽກລະຫວ່າງປະເທດ ເພື່ອໃຫ້ຄວາມຊ່ວຍເຫຼືອດັ່ງກ່າວເປັນໄປຕາມ
“ຫຼັກການມະນຸດສະທໍາ ແຍກອອກຈາກບັນຫາທາງດ້ານການເມືອງ ແລະການທະຫານກັບເກົາຫຼີເໜືອ.”
ປະທານາທິບໍດີທັງ2ມີຄວາມພະຍາຍາມຕໍ່ການລະເບີດນິວເຄລຍຢ່າງສົມບູນຂອງເກົາຫຼີເໜືອ.