ຈີນ ນຳເຂົ້ານ້ຳມັນຈາກ ຣັດເຊຍ ເກືອບ2ລ້ານຖັງ ໃນເດືອນພຶດສະພານີ້
ຂປລ.ຈີນ ຊື້ນ້ຳມັນ ຈາກຣັດເຊຍ ໃນລາຄາ ຖືກກວ່າ ປະເທດອື່ນ ຄິດເປັນ ປະລິມານ ເກືອບ 2 ລ້ານຖັງ ໃນເດືອນ ພຶດສະພານີ້ ກວມເອົາ 15% ຂອງຄວາມຕ້ອງການ ນຳໃຊ້ ໃນຈີນ ໂດຍອີງຕາມ ຂໍ້ມູນຈາກບໍລິສັດ Vortesa Analytics ຊຶ່ງເປັນ ຜູ້ໃຫ້ບໍລິການ
ວິເຄາະ ຂໍ້ມູນ ກ່ຽວກັບ ການຂົນສົ່ງ ນ້ຳມັນ ແລະ ອາຍແກັສ ສາກົນ ເມື່ອບໍ່ດົນມານີ້ ລະບຸວ່າ:ຈີນ ນຳເຂົ້າ ນ້ຳມັນ ຈາກຣັດເຊຍ ຜ່ານການ ຂົນສົ່ງ ທາງທະເລ 1,1ລ້ານຖັງ ຕໍ່ວັນ ໃນເດືອນພຶດສະພາ ເພີ່ມຈາກ 750.000 ຖັງຕໍ່ວັນ ໃນໄລຍະ ໄຕມາດ ທຳອິດ ແລະ ເພີ່ມຂຶ້ນຈາກ ສະຖິຕິ ວັນລະ 800.000 ຖັງຕໍ່ວັນ ເມື່ອປີກາຍ.
ປັດຈຸບັນ ຣັດເຊຍ ຂາຍນ້ຳມັນ ໃນລາຄາ ຕ່ຳກວ່າ ກ່ອນເກີດ ສົງຄາມ ກັບອູແກຣນ 29ໂດລາ ສະຫະລັດ. ນອກເໜືອຈາກ ການນຳເຂົ້າ ດ້ວຍເຮືອ ບັນທຸກ ສິນຄ້າແລ້ວ ຈີນ ຍັງຊື້ ນ້ຳມັນ ຈາກຣັດເຊຍ ແບບສົ່ງ ຜ່ານທໍ່ ອີກປະມານ 800.000ຖັງ./. (ພາກຂ່າວ: ຕ່າງປະເທດ)
ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ