ຣັດເຊຍປະກາດຢ່າງເປັນທາງການຢຸດຕິສະໜອງອາຍແກ໊ສໃຫ້ຟິນແລນ
ຣັດເຊຍປະກາດຢຸດຕິສະໜອງອາຍແກສ໊ໃຫ້ແຟນລັງ
ຂ່າວຈາກຂ່າວສານຕັສ(TASS)ລາຍງານວ່າ: ວັນທີ 20 ພຶດສະພານີ້ ບໍລິສັດອຸດສາຫະກຳອາຍແກສ໊ທຳມະຊາດຣັດເຊຍຈຳກັດປະກາດວ່າ,
ຍ້ອນບໍລິສັດກາຊຸມຂອງລັດວິສາຫະກິດພະລັງງານແຟນລັງບໍ່ໄດ້ຈ່າຍຄ່າໃຊ້ອາຍແກສ໊ ໃນເດຶອນເມສາທີ່ຜ່ານມາ, ຝ່າຍຣັດເຊຍຈິ່ງຕົກລົງເຊົາການສະໜອງອາຍແກສໃຫ້ຟິນແລງເປັນຊົ່ວຄາວແຕ່ວັນທີ 21 ພຶດສະພານີ້ເປັນຕົ້ນໄປ.
ອີງຕາມຄຳສັ່ງປະທານາທິບໍດີທີ່ທ່ານປູຕິນ ປະທານາທິບໍດີຣັດເຊຍເຊັນເມື່ອວັນທີ 31 ມີນາປີນີ້ທີ່ກຳນົດໄວ້ວ່າ, ເລີ່ມແຕ່ວັນທີ 1 ເມສາ 2022 ເປັນຕົ້ນໄປ, ຣັດເຊຍຈະຊຳລະການຊື້ອາຍແກສ໊ກັບບັນດາປະເທດແລະເຂດແຄວ້ນທີ່ບໍ່ເປັນມິດກັບຣັດເຊຍນັ້ນດ້ວຍເງິນລຸບ.
ຕາມກົມພະລັງງານແຟນລັງແນະນຳວ່າ, ອາຍແກສ໊ທີ່ແຟນລັງນຳໃຊ້ໃນປະຈຸບັນ ມີສ່ວນຫຼາຍແມ່ນນຳເຂົ້າຈາກຣັດເຊຍ.
ທີ່ມາ: CRI