ຣັດເຊຍປະກາດໄຊຊະນະສາມາດຄຸມເມືອງມາລິອູໂປນໄດ້ໝົດແລ້ວ
ຣັດເຊຍປະກາດຄວບຄຸມໂຮງງານເຫຼັກກ້າອາໂຊຟ
ວັນທີ 20 ພຶດສະພານີ້, ໂຄສົກກະຊວງປ້ອງກັນປະເທດຣັດເຊຍກ່າວວ່າ: ກອງທັບຣັດເຊຍໄດ້ຄວບຄຸມອຸປະກອນໃຕ້ດິນຂອງໂຮງງານເຫຼັກກ້າອາໂຊຟ ທີ່ນະຄອນມາຣີອູໂປນຂອງອູແກຣນໝົດແລ້ວ.
ນັບແຕ່ວັນທີ 16 ພຶດສະພານີ້ເປັນຕົ້ນມາ, ລວມມີທະຫານອູແກຣນ ແລະກຳລັງປະກອບອາວຸດຂອງ “ຄ້າຍອາໂຊຟ” ທີ່ຖືກປິດລ້ອມຢູ່ໃນໂຮງງານເຫຼັກກ້າອາໂຊຟຈຳນວນ 2.439 ຄົນໄດ້ຍອມຈຳນົນແລ້ວ.
ທ່ານເຊີເກ ໂຊອິກູ ລັດຖະມົນຕີກະຊວງປ້ອງກັນປະເທດຣັດເຊຍ ໄດ້ລາຍງານຕໍ່ທ່ານວາລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍວ່າ: ກອງທັບຣັດເຊຍໄດ້ຄວບຄຸມໂຮງງານເຫຼັກກ້າອາໂຊຟ ແລະນະຄອນມາຣີອູໂປນຂອງອູແກຣນໄປໝົດແລ້ວ.
ທີ່ມາ: CRI