ຣັດເຊຍປະກາດຫ້າມໄບເດັນແລະລູກຊາຍເຂົ້າແດນຣັດເຊຍຢ່າງຖາວອນ
ຣັດເຊຍປະກາດບັນຊີລາຍຊື່ຊາວອາເມຣິກາ 963 ຄົນທີ່ຫ້າມເຂົ້າແດນຣັດເຊຍຖາວອນ ລວມທັງທ່ານໂຈ ໄບເດັນ
ວັນທີ 21 ພຶດສະພານີ້ຕາມເວລາທ້ອງຖິ່ນ, ຣັດເຊຍໄດ້ປະກາດບັນຊີລາຍຊື່ຊາວອາເມ ຣິກາ 963 ຄົນ
ທີ່ຫ້າມບໍ່ໃຫ້ເຂົ້າແດນຣັດເຊຍຈົນຖາວອນ. ຕາມຂ່າວແຈ້ງວ່າ, ຊາວອາເມຣິກາ 963 ຄົນນີ້ ລວມທັງທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາ ແລະ ທ່ານຮັນເຕີ ໄບເດັນ ລູກຂອງທ່ານໂຈ ໄບເດັນ.
ກະຊວງການຕ່າງປະເທດຣັດເຊຍກ່າວເນັ້ນວ່າ: ນີ້ແມ່ນການຕອບໂຕ້ຕໍ່ການກະທຳຂອງ ອາເມຣິກາ, ຣັດເຊຍຈະສືບຕໍ່ມີການຕອບໂຕ້ທີ່ສົມຄູ່ກັນຕໍ່ການປະພຶດເປັນປໍລະປັກກັນ ຂອງອາເມຣິກາ. ຣັດເຊຍຈຳເປັນຕ້ອງໃຊ້ມາດຕະການຕອບໂຕ້ ເພື່ອຊຸກຍູ້ໃຫ້ລັດຖະ ບານອາເມຣິກາປ່ຽນແປງ “ລະບຽບຂອງໂລກ”
ທີ່ມີສີສັນລ່າເມືອງຂຶ້ນແບບໃໝ່ ທີ່ອາເມຣິກາຂືນເຕັງໃສ່ໂລກ. ຣັດເຊຍບໍ່ຢາກເປັນປໍລະປັກກັນ ແລະ ມີທ່າທີເປີດກວ້າງ ຕໍ່ການສົນທະນາກັນ. ຣັດເຊຍຈະປະຕິບັດຕໍ່ລັດຖະບານແລະປະຊາຊົນອາເມຣິກາ ທີ່ຍຸແຍ່ແລະປຸກປັ່ນ “ຄວາມຢ້ານກົວຕໍ່ຣັດເຊຍ” ຢ່າງມີຄວາມຈຳແນກ.
ທີ່ມາ: CRI