ສາເຫດທີ່ເຮັດໃຫ້ລົດໄຟໄໝ້ກາງທາງດ່ວນ
ລົດກະບະເກີດໄຟໄໝ້ເອງກະທັນຫັນ ບໍລິສັດຮ່ວມທຶນພັດທະນາທາງດ່ວນ ລາວ-ຈີນ ຈຳກັດ ໄດ້ຊ່ວຍເຫຼືອແກ້ໄຂຢ່າງທັນເວລາ ໃນວັນທີ 22 ພຶດສະພາ ເວລາປະມານ 11:46, ລົດກະບະຄັນໜຶ່ງໄດ້ຂັບຂີ່ທີ່ທາງດ່ວນນະຄອນຫຼວງວຽງຈັນວັງວຽງ, ຢູ່ທິດທາງວັງວຽງໄປຫາວຽງຈັນຈຸດກິໂລແມັດທີ ZK36+500 ລົດເກີດເຫດໄຟໄໝ້ກະທັນຫັນຂຶ້ນເອງ.
ຜູ້ຂັບຂີ່ໄດ້ຈອດລົດໄວ້ເລນສຸກເສີນຈາກນັ້ນໂທເບີສຸກເສີນຂໍຄວາມຊ່ວຍເຫຼືອ, ລໍຖ້າການຊ່ວຍເຫຼືອ. ພາຍຫຼັງພະນັກງານກວດທາງຂອງບໍລິສັດຮ່ວມທຶນພັດທະນາທາງດ່ວນ ລາວ-ຈີນ ຈຳກັດໄດ້ຮັບສາຍແຈ້ງຊ່ວຍເຫຼືອແລ້ວ, ກໍ່ປະສານງານຫາໜ່ວຍງານດັບເພີງ, ຕຳຫຼວດ, ພະຍາບານ ແລະ ອື່ນໆທັນທີ, ພ້ອມທັງຮີບຮ້ອນເດີນທາງເຂົ້າຊ່ວຍເຫຼືອທີ່ຈຸດເກີດເຫດ.
ເນື່ອງຈາກໄຟໄໝ້ແຮງ, ເມື່ອພະນັກງານກວດທາງເຖີງສະຖານທີ່ເຫີດເຫດກໍ່ຊີ້ນຳລົດທາງດ້ານຫຼັງໃຫ້ຖອຍລົດລົບຫຼີກທັນທີ, ພ້ອມທັງດຳເນີນການລະບາຍລົດທີ່ຢູ່ໃກ້ຄຽງ, ເພື່ອເປີດຊ່ອງທາງສຸກເສີນໃຫ້ກັບລົດດັບເພີງ. ຜ່ານການຊ່ວຍເຫຼືອກູ້ໄພໂດຍດ່ວນເປັນເວລາປະມານເຄິ່ງຊົ່ວໂມງ, ໄຟໄໝ້ໄດ້ຮັບການຄວບຄຸມ.
ເນື່ອງຈາກໄດ້ຈັດການຢ່າງຖືກຕ້ອງ, ອຸປະຕິເຫດໄຟໄໝ້ຄັ້ງນີ້ຈຶ່ງບໍ່ໄດ້ເຮັດໃຫ້ຄົນບາດເຈັບເສຍຊີວິດ, ບໍ່ໄດ້ເຮັດໃຫ້ລົດຕິດເປັນເວລາດົນ ແລະ ບໍ່ໄດ້ຢຸດຈອດເປັນແຖວຍາວ.
ຕຳຫຼວດຈາລະຈອນໄດ້ຕັດສິນສາເຫດເກີດເຫດໄຟໄໝ້ຂຶ້ນເອງນີ້ແມ່ນລະບົບສາຍໄຟເກົ່າແກ່, ອຸປະຕິເຫດຄັ້ງນີ້ເຈົ້າຂອງລົດແມ່ນຮັບຜິດຊອບເອງທັງໝົດ.