ກອງທັບທະຫານປະເທດສະວີເດັນ ສ້ອມສູ້ຮົບ
ສະຖານທູດເຢຍລະມັນ ແລະ ຝຣັ່ງເສດ ອະນຸຍາດໃຫ້ກອງທັບສະວີເດນຊ້ອມສູ້ຮົບ. ສະວີເດັນໄດ້ມີການຄາດເດົາວ່າຣັດເຊຍຕ້ອງການຍຶດເກາະໂປແລນໃນປະເທດສະວີເດັນ ເພື່ອວາງອາວຸດສົງຄາມໄວ້ບ່ອນເກາະ.
ສະວີເດັນ ແລະ ຟິນແລນເປັນສະມາຊິກຂອງສະຫະພາບເອີຣົບ ແຕ່ຍັງບໍ່ທັນເປັນຂອງ NATO, ເຊິ່ງສົງຄາມຣັດເຊຍກຳລັງຮ້ອນແຮງຂຶ້ນ ເຊິ່ງເຮັດໃຫ້ພວກເຂົາຕ້ອງການຢູ່ພາຍໃຕ້ການປ້ອງກັນຂອງສະມາຊິກດ້ານປ້ອງກັນປະເທດຕາເວັນຕົກ.
ຈາກແຕ່ກ່ອນສະວີເດັນ ແລະ ຟິນແລນເປັນປະເທດທີ່ໄດ້ບອກວ່າຈະບໍ່ຢູ່ຝ່າຍໃດຝ່າຍໜຶ່ງ, ໃນສົງຄາມຣັດເຊຍ-ຢູເຄຣນ ເຮັດໃຫ້ປະຊາຊົນໃນສະວີເດັນ ແລະ ຟິນແລນໄດ້ເກີດປ່ຽນຄວາມຄິດເລື່ອງທີ່ປະເທດຈະບໍ່ຢູ່ຝ່າຍໃດຝ່າຍໜຶ່ງ
ແຕ່ຕອນນີ້ໄດ້ເຫັນວ່າສຽງປະຊາຊົນສ່ວນຫຼາຍຢາກໃຫ້ປະເທດເຂົ້າຮ່ວມເປັນສະມາຊິກດ້ານການປ້ອງກັນປະເທດຕາເວັນຕົກ.