ໄທເຊີນຣັດເຊຍເຂົ້າຮ່ວມກອງປະຊຸມຮ່ວມມືດ້ານເສດຖະກິດອາຊີປາຊີຟິກ

ໄທເຊີນຣັດເຊຍເຂົ້າຮ່ວມກອງປະຊຸມຮ່ວມມືດ້ານເສດຖະກິດອາຊີປາຊີຟິກ

ໄທເຊື່ອເຊີນຣັດເຊຍເຂົ້າຮ່ວມກອງປະຊຸມ APEC
ຂ່າວສານ RIA ຂອງຣັດເຊຍລາຍງານວ່າ: ວັນທີ 19 ພຶດສະພານີ້, ໂຄສົກກະຊວງ ການຕ່າງປະເທດໄທກ່າວວ່າ: ການຈະເຊື່ອເຊີນຣັດເຊຍເຂົ້າຮ່ວມກອງປະຊຸມອົງການ ຮ່ວມມືດ້ານເສດຖະກິດອາຊີປາຊີຟິກ ຫຼື APEC ຫຼືບໍ່ນັ້ນ ບໍ່ແມ່ນຫົວຂໍ້ທີ່ຕ້ອງ ປຶກສາຫາລື.

ໂຄສົກຜູ້ນີ້ກ່າວວ່າ: ບັນຫາທີ່ຣັດເຊຍເຂົ້າຮ່ວມກອງປະຊຸມ APEC ທີ່ຈະຈັດຂຶ້ນ ໃນເດືອນພະຈິກປີນີ້ ບໍ່ແມ່ນຫົວຂໍ້ທີ່ຕ້ອງປຶກສາຫາລື ໃນຂະບວນການກະກຽມ ກອງປະຊຸມດັ່ງກ່າວ, ປະເທດໄທໄດ້ເຊື່ອເຊີນສະມາຊິກອົງການຮ່ວມມືດ້ານເສດ ຖະກິດອາຊີປາຊີຟິກທັງໝົດລວມທັງຣັດເຊຍ ໂດຍບໍ່ມີຍົກເວັ້ນ, ນີ້ແມ່ນຫຼັກໝັ້ນ ຂອງປະເທດໄທ.

ຕາມຂ່າວແຈ້ງວ່າ: ປະເທດໄທໄດ້ເປັນປະເທດປະທານໝູນວຽນຂອງອົງການ APEC ໃນປີ 2022. ກອງປະຊຸມບໍ່ເປັນທາງການຂອງຜູ້ນຳອົງການ APEC ຈະຈັດຂຶ້ນ ຢູ່ນະຄອນຫຼວງບາງກອກປະເທດໄທໃນເດືອນພະຈິກປີນີ້.

ທີ່ມາ: CRI

Leave a Reply

Your email address will not be published. Required fields are marked *

You cannot copy content of this page