ຂວ້ໍຳບາດ ! ທູດອີຢູຍອມຮັບ ກໍາລັງໝົດຫົນທາງໂຈມຕີຣັດເຊຍ.

ຂວ້ໍຳບາດ ! ທູດອີຢູຍອມຮັບ ກໍາລັງໝົດຫົນທາງໂຈມຕີຣັດເຊຍ.

ຄວາມຫຼົ້ມເຫຼວຂອງຣັດສະມາຊິກອີຢູ ໃນການຂວໍ້າບາດນໍ້າມັນຣັດເຊຍ ບົ່ງບອກວ່າທາງກຸ່ມກໍາລັງຮອດຂີດຈໍາກັດໃນຄວາມສາມາດກໍານົດມາດຕະການຂວ້ຳບາດທາງການເງີນໂຈມຕີມອສໂກ ຈາກການກ່າວຂອງຜູ້ແທນທູດສະຫະພາບຢູໂຣບທ່ານໜື່ງ.

“ເມື່ອມີຄວາມຍຸ້ງຍາກກັບນໍ້າມັນຂອງຣັດເຊຍແບບນີ້ ຈິນຕະນາການໄດ້ວ່າອັນໃດຈະເກີດຂື້ນກັບຂໍ້ສະເໜີຫ້າມນໍາເຂົ້າແກ໊ສຂອງຣັດເຊຍ “ຣັດສະມາຊິກອີຢູ ບໍ່ອາດຕົກລົງກັນໃນຂໍ້ສະເໜີຫ້າມນໍາເຂົ້ານໍ້າມັນຣັດເຊຍ ຫຼັງການເຈລະຈາທີ່ໃຊ້ເວລາດົນຮອດ 10ມື້ ໂດຍຫຼາຍປະເທດເຊີ່ງມີຮົງກາຣີເປັນແກນນໍາ ສົ່ງສຽງຄັດຄ້ານມາດຕະການດັ່ງກ່າວ ທັ້ງນີ້ ແຜນການຂວ້ຳບາດນໍ້າມັນດິບຣັດເຊຍ ເປັນສ່ວນໜື່ງຂອງການຂວ້ຳບາດຮອບທີ 6 ທີ່ສະເໜີໃນວັນທີ 4ພຶດສະພາ ສໍາລັບໂຈມຕີມອສໂກຕໍ່ກໍລະນີຍົກທັບບຸກລຸກຢູເຄນ.

ຫຼາຍປະເທດທີ່ຕ້ອງເພີ່ງພານໍ້າມັນຣັດເຊຍເປັນສ່ວນໃຫຍ່ ໃນນັ້ນລວມເຖິງຮົງກາຣີ ສາທາລະນະລັດເຊັກ ສະໂລວະເກຍ ແລະ ບຸນກາຣີ ໄດ້ສົ່ງສຽງຄັດຄ້ານເລື້ອຍໆ ຕໍ່ມາມາດຕະການຫ້າມດັ່ງກ່າວ ໂດຍລັດຖະບານຮົງກາຣີ ເຕືອນວ່າການຫ້າມນໍາເຂົ້າຈະທຳລາຍເສດຖະກິດເປັນຕ່ອນໆ.

ເຊີ່ງອີຢູເກີດຄວາມແຕກແຍກຢ່າງໜັກໜ່ວງກ່ຽວກັບແນວທາງຢຸດຕິການເພີ່ງພາ ພະລັງງານຣັດເຊຍ ໃນຂະນະທີ່ຜູ້ຊ່ຽວຊານລະບຸວ່າ ການຫ້າມນໍາເຂົ້ານໍ້າມັນ ແລະ ແກ໊ດຈາກຣັດເຊຍ ທີ່ເປັນຜູ້ສະໜອງຕົ້ນຕໍຫຼັກຂອງທະວີບນີ້ໃນທັນທີ,ແມ່ນເປັນສີ່ງທີ່ເປັນໄປບໍ່ໄດ້.

ເວລານີ້ຢູໂຣບກໍາລັງປະເຊີນໜ້າກັບພາວະເງີນເຟີ້ທີ່ເພີ່ມຂື້ນ ລາຄາພະລັງງານ ແລະ ລາຄາອາຫານກໍາລັງສູງຂື້ນເລື່ອຍໆ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page