ສຸດທ້າຍບໍ່ໄດ້ຈັກກີບ ລັດສະເໜີເງີນ 1ລ້ານຢວນ ແຕ່ເຈົ້າຂອງບ້ານຕໍ່ລອງຈະເອົາ 30ລ້ານຢວນ
ໃນການພັດທະນາບ້ານເມືອງຫຼືສີ່ງອໍານວຍຄວາມສະດວກສາທາລະນະເຮັດໃຫ້ບ້ານເກົ່າໃນທ້ອງຖິ່ນຕ້ອງປະເຊີນໜ້າຊະຕາກໍາຂອງການຍົກຍ້າຍຮື້ຖອນເພື່ອອໍານວຍແກ່ການສ້າງໃໝ່ ເຊີ່ງຈະມີເຈົ້າຂອງບ້ານບາງຄົນທີ່ບໍ່ຍອມຍ້າຍອອກກາຍເປັນ “ ບ້ານຕະປູ ” ໂດດດ່ຽວຢູ່ໃຈກາງ.

ສື່ຕ່າງປະເທດລາຍງານວ່າ ໃນປີ 2002 ທີ່ເຊີນເຈີ້ນ ແຂວງກວາງຕຸ້ງ ໄດ້ມີເຈົ້າຂອງບ້ານຫຼັງໜື່ງບໍ່ຍອມຍ້າຍອອກ ເຊີ່ງພື້ນທີ່ຮອບຂ້າງຍ້າຍອອກໄປໝົດແລ້ວ ເຫຼືອພຽງຫຼັງນັ້ນຫຼັງດຽວ ເຈົ້າຂອງບ້ານລັງເລທີ່ຈະຍ້າຍດ້ວຍສາເຫດທີ່ວ່າ ຮຽກຮ້ອງ ຢາກໃຫ້ຜູ້ສ້າງຊົດເຊີຍເງີນໃຫ້ເປັນຈໍານວນ 30ລ້ານຫຢວນ ແລະ ເລື່ອງລາວນີ້ໄດ້ກາຍເປັນຂ່າວດືງດູດຄວາມສົນໃຈຂອງຊາວເນັດທ່ົ່ວໂລກ ແລະ ຖຶກລະບຸວ່າເປັນ “ ບ້ານຕະປູ ທີ່ບ້າທີ່ສຸດໃນໂລກ ”

ແລະ ແນ່ນອນ ວ່າເປັນໄປບໍ່ໄດ້ທີ່ຜູ້ກໍ່ສ້າງຈະຍອມຮັບເງື່ອນໄຂທີ່ສະເໜີມາ ເພາະໃນຕອນທຳອິດ ຜູ້ສ້າງສະເໜີຄ່າຊົດເຊີຍໃຫ້ 1ລ້ານຢວນ ຫຼາຍບ້ານບໍລິເວນນັ້ນຍິນດີຮັບເງີນດັ່ງກ່າວໄວ້ ແລະ ຍ້າຍອອກໄປເຫຼືອພຽງບ້ານຫຼັງນີ້ທີ່ບໍ່ຍອມຍ້າຍອອກໄປ

ປະຈຸບັນຜ່ານໄປແລ້ວ 17ກວ່າປີ ສະພາບບ້ານກາຍເປັນດັ່ງຮູບພາບທີ່ເຫັນ ບ້ານຫຼັງນີ້ມີ 3ຊັ້ນ ເຂົາຄິດວ່າຕໍາແໜ່ງບ້ານຂອງຕົນເອງນັ້້ນດີຫຼາຍຢາກຈະກອບໂກຍເງີນໃຫ້ຫຼາຍກວ່ານີ້ຈື່ງລັງເລບໍ່ຍອມຍ້າຍອອກໄປ

ຈາກນັ້ນກໍພະຍາຍາມຕໍ່ລອງກັບຜູ້ສ້າງ ຈົນຜູ້ສ້າງຍອມປານີປານອມວ່າຈະເພີ່ມເງີນຊົດເຊີຍໃຫ້ເປັນ 10ລ້ານຫຢວນ ແຕ່ເຈົ້າຂອງບ້ານຫຼັງດັ່ງກ່າວບໍ່ຍອມຮັບ ຈະຂໍເງີນຊົດເຊີຍ 30ລ້ານຢວນ ບໍ່ດັ່ງນັ້ນຈະບໍ່ຍອມຍ້າຍອອກ

ເມື່ອຕົກລົງກັນບໍ່ໄດ້ຜູ້ສ້າງຈື່ງເລີ່ມການກໍ່ສ້າງດ້ວຍການປັບພື້ນທີ່ ຕາມແບບທີ່ວາງໄວ້ແຕ່ຈະບໍ່ໄປຫຍຸ້ງກ່ຽວກັບບ້ານຫຼັງນັ້ນ ຈົນຜ່ານໄປ 17ປີ
ຈະເຫັນວ່າອອ້ມຮອບບ້ານສ້າງເປັນຕຶກສູງໄປໝົດແລ້ວ ເຫຼືອພຽງບ້ານຫຼັງນີ້ທີ່ຍັງເປັນບ້ານ 3ຊັ້ນເກົ່າແກ່ຢູ່.