ອະດີດທູດສະຫະລັດ ຫຼົງເວົ້າ! ອາເມຣິກາຕົວະຢູເຄຣນມາຕະຫຼອດ ຮູ້ທັ້ງຮູ້ບໍ່ມີໂອກາດເຂົ້າຮ່ວມນາໂຕ້.
ວໍຊິງຕັນ ຕັ້ງໃຈຕົວະກ່ຽວກັບໂອກາດຂອງຢູເຄຣນໃນການເຂົ້າຮ່ວມເປັນສະມາຊິກນາໂຕ້ ທັ້ງທີ່ຮູ້ດີວ່າອະດີດສະຫະພາບໂຊຫວຽດແຫ່ງນີ້ບໍ່ແມ່ນຜູ້ສະໜັກທີ່ມີຄຸນສົມບັດຕາມກົດເກນທີ່ຕັ້ງໄວ້ ສໍາລັບການເປັນສະມາຊິກກຸ່ມພັນທະມິດທະຫານຕະເວັນຕົກແຫ່ງນີ້ ຈາກຄໍາເວົ້າຂອງ ໄມເຄີລແມັກຟໍ ອະດີດທູດສະຫະລັດປະຈໍາຣັດເຊຍ.
ອະດີດທູດລະດັບອາວຸໂສທ່ານນີ້ ເປີດເຜີຍຂໍ້ມູນດັ່ງກ່າວໃນເວທີອະພິປາຍດ້ານນະໂຍບາຍສາທາລະນະ Munk Debates ໃນໂທຣອນໂຕ ໃນຊ່ວງຕົ້ນປີທີ່ຜ່ານມາ.
ແມັກຟອລ ຈັບຄູ່ກັບ ຮາໂຄສລາ ຊິຄັອດສກີ ສະມາຊິກສະພາຜູ້ແທນຂອງໂປແລນ
ໂຕ້ວາທີກັບສະຕີເຟນ ວອັດ ສາດສະດາຈານດ້ານກິດຈະການລະຫວ່າງປະເທດ ມະຫາວິທະຍາໄລຮາຣ໌ວາດ ແລະ ຈອນ ເມຍຣ໌ໄຊເມີຣ໌ ນັກວິທະຍາສາດການເມືອງ ໃນປະເດັນຄວາມຂັດແຍ້ງ ທີ່ກໍາລັງເກີດຂື້ນໃນປະຈຸບັນ ລະຫວ່າງຣັດເຊຍກັບຢູເຄຮນ ໂດຍ 2ຄົນ
ຫຼັງອ້າງວ່າຄວາມຂັດແຍ້ງສາມາດຫຼີກລ້ຽງໄດ້ ເກີດຈາກຄວາມເຄື່ອນໄຫວຕ່າງໆ ຂອງສະຫະລັດ ແລະ ນາໂຕ້ ສ່ວນ ແມັກຟາລ ແລະ ຊິຄໍຣ໌ສກີ ເບີ່ງວ່າມີແຕ່ຣັດເຊຍ ແລະ ຄວາມທະເຍີທະຍານຂອງປະທານາທິບໍດີ ລາຄິມີຣ໌ ປູຕິນ ເທົ່ານັ້ນທີ່ຄວນຖຶກກ່າວໂທດ.
ຣັດເຊຍ ໂຈມຕີຢູເຄຣນໃນຊ່ວງທ້າຍເດືອນກຸມພາ ຫຼັງເຄຍ ລົ້ມເຫຼວ ໃນການປະຕິບັດຕິດຕາມ ເງື່ອນໄຂຕ່າງໆ ພາຍໃຕ້ຂໍ້ຕົກລົງມິນ ທີ່ລົງນາມກັນຄັ້ງທຳອິດໃນປີ 2014 ແລະ ທ້າຍທີ່ສຸດແລ້ວ ມອັດໂກກໍ່ໃຫ້ການຮັບຮອງ 2 ສາທາລະນະລັດ ໂຄເນສ ແລະ ລູຮັນ ໃນເຂດ ຄອນບາສ ໃນຖານະລັດເອກະລາດ.
ນັບຕັ້ງແຕ່ນັ້ນ ເຄຣມລິນ ຮຽກຮ້ອງໃຫ້ຢູເຄຣນ ປະກາດຕົນຢ່າງເປັນທາງການໃນຖານະປະເທດເປັນກາງ ທີ່ຈະບໍ່ມີມື້ເຂົ້າຮ່ວມກຸ່ມພັນທະມິດທະຫານນາໂຕ້ ທີ່ນໍາພາໂດຍສະຫະລັດ ແຕ່ ເຄຍ ຢືນຢັນວ່າການເຄື່ອນໄຫວຂອງຣັດເຊຍເປັນການຮຸກຮານໂດຍປາສະຈາກການຍຸແຍ່ອື່ນໆ ແລະ ປະຕິເສດຄໍາກ່າວອ້າງທີ່ມີແຜນໃຊ້ກໍາລັງຍືດຄືນ 2 ສາທາລະນະລັດດັ່ງກ່າວ.