ລັດເຊຍກ່າວ: ຣັດເຊຍບໍ່ເຄີຍໄດ້ປະຕິເສດການເຈລະຈາກັບຢູເຄຼນຈັກເທື່ອ
ຫົວໜ້າຄະນະຜູ້ຕາງໜ້າເຈລະຈາຂອງຣັດເຊຍກ່າວວ່າ: ຣັດເຊຍບໍ່ເຄີຍໄດ້ປະຕິເສດການເຈລະຈາກັບອູແກຣນຈັກເທື່ອ ວັນທີ 22 ພຶດສະພານີ້, ທ່ານ ວະລາດີເມຍ ເມດິນສກີ ຫົວໜ້າຄະນະຜູ້ຕາງໜ້າເຈລະຈາຂອງຣັດເຊຍ,
ຜູ້ຊ່ວຍປະທານາທິບໍດີຣັດເຊຍໄດ້ກ່າວໃນຂະນະໃຫ້ສຳພາດທາງວິດີໂອຕໍ່ສື່ມວນຊົນເບລາຣູຊີວ່າ: ຣັດເຊຍບໍ່ເຄີຍປະຕິເສດການເຈລະຈາກັບອູແກຣນຈັກເທື່ອ ເຊິ່ງລວມທັງການເຈລະຈາລະດັບສູງສຸດ.
ທ່ານ ວະລາດີເມຍ ເມດິນສກີ ກ່າວຕື່ມວ່າ: ການເຈລະຈາລະຫວ່າງປະມຸກລັດຂອງສອງປະເທດຕ້ອງການການກະກຽມເອກະສານຢ່າງລະອຽດ,ຄວນຈັດຂຶ້ນພາຍໃຕ້ເງື່ອນໄຂທີ່ສາມາດບັນລຸການເຊັນສັນຍາລະຫວ່າງສອງຝ່າຍໃນທີ່ສຸດ,ບໍ່ແມ່ນແຕ່ເພື່ອຖ່າຍຮູບຊື່ໆ.
ຕາມສຳນັກຂ່າວສານແຫ່ງຊາດອູແກຣນລາຍງານໃນວັນທີ 22 ພຶດສະພານີ້ໃຫ້ຮູ້ວ່າ: ທ່ານ ມິໄຮໂລ ໂປໂດຢັກ ທີ່ປຶກສາຫ້ອງການປະທານາທິບໍດີອູແກຣນກ່າວວ່າ: ຝ່າຍອູແກຣນບໍ່ເຫັນດີຕໍ່ການບັນລຸສັນຍາໃດໆວ່າດ້ວຍການຮັບຮອງການຍຶດຄອງດິນແດນອູແກຣນຂອງຣັດເຊຍກັບຝ່າຍຣັດເຊຍ. ຂໍພຽງແຕ່ກອງທະຫານຣັດເຊຍຖອນອອກຈາກອູແກຣນ, ຂະບວນການສັນຕິພາບຈຶ່ງຈະສາມາດຟື້ນຟູຄືນໃໝ່.
ທີ່ມາ: CRI