ເລີ່ມຖືກກົດດັນ! ຢູເຄຼນປະຕິເສດຂໍ້ຕົກລົງຢຸດຍິງເພື່ອແລກສັນຕິພາບ

ເລີ່ມຖືກກົດດັນ! ຢູເຄຼນປະຕິເສດຂໍ້ຕົກລົງຢຸດຍິງເພື່ອແລກສັນຕິພາບ

-ເລີ່ມຖຶກກົດດັນ! ຢູເຄຣນບໍ່ຍອມສະຫຼະດິນແດນແລກປ່ຽນຂໍ້ຕົກລົງສັນຕິພາບ ເຖິງວ່າໄດ້ມີການໂຈມຕີຢ່າງໜັກໜ່ວງຂອງຣັດເຊຍຢູ່ພາກຕາເວັນອອກ ແລະ ພາກໃຕ້ ຢູເຄຮນປະຕິເສດຂໍ້ຕົກລົງຢຸດຍິງ ຫຼື ຍອມສະຫຼະດິນແດນໃດໜື່ງ

ໃຫ້ແກ່ມັອດໂກ ໃນຂະນະທີ່ຣັດເຊຍຍົກລະດັບໂຈມຕີຫຼາຍພື້ນທີ່ທາງພາກຕາເວັນອອກ ແລະ ພາກໃຕ້ຂອງປະເທດ, ໂຈມຕີທາງອາກາດ ແລະ ຍິງປືນໃຫຍ່ຖະຫຼົ່ມພື້ນທີ່ຄອນບາສ ແລະ ແຄວ້ນມີໂຄລາອິ.

ທ່າທີຂອງເຄຍເລີ່ມບໍ່ປານີປານອມຫຼາຍຂື້ນເລື້ອຍໆ ໃນຊ່ວງອາທິດທີ່ຜ່ານມາ ຫຼັງຣັດເຊຍປະສົບຄວາມຫຼົ້ມເຫຼວດ້ານການທະຫານໃນສະໜາມຮົບຫຼາຍແຫ່ງ ແຕ່ເລີ່ມມີຄວາມກັງວົນ ໃນບັນດາເຈົ້າໜ້າທີ່ຢູເຄຣນ ວ່າພວກເຂົາອາດຖຶກກົດດັນ ໃຫ້ຍອມສະຫຼະດິນແດນແລກກັບຂໍ້ຕົກລົງສັນຕິພາບ.

ປະທານາທິບໍດີ ອັນແຊ ດູດາ ຂອງໂປແລນ ສົ່ງແຮງສະໜັບສະໜູນຂອງວັອດຊໍ ໂດຍບອກວ່າບັນດາສະມາຊິກລັດທະສະພາໃນກຣຸງເຄຍ ວ່າປະຊາຄົມໂລກ ຈໍາເປັນຕ້ອງຮຽກຮ້ອງໃຫ້ຣັດເຊຍຖອນທະຫານອອກໃຫ້ໝົດ ແລະ ການຍອມສະຫຼະດິນແດນໃດໜື່ງຈະເປັນ ” ການປະລາໄຊຄັ້ງໃຫຍ່ ” ສໍາລັບຝ່າຍຕາເວັນຕົກທັງໝົດ.

ສ່ວນປະທານາທິບໍດີ ລາດີມີ ໂຊເລນສະກີ ແຫ່ງຢູເຄຣນ ກ່າວຢູ່ກອງປະຊຸມລັດທະສະພາດຽວກັນ ຮ້ອງຂໍນານາຊາດ ກໍານົດມາດຕະການຂວ້ຳບາດ ທາງເສດຖະກິດຫຼີ້ນງານມັອດໂກ ຢ່າງໜັກໜ່ວງຂື້ນ ” ມາດຕະການເຄີ່ງໆ ກາງໆ ບໍ່ສາມາດໃຊ້ຢຸດການຮຸກຮານໄດ້ ” ທ່ານໄດ້ກ່າວໄວ້.

ອີກບໍ່ດົນຫຼັງຈາກທັງ2 ກ່າວປະລາໄຊຈົບ ສຽງເຕືອນໄພການໂຈມຕີທາງອາກາດດັງຂື້ນທົ່ວເມືອງຫຼວງ ເຕືອນຄວາມຊົງຈໍາວ່າສົງຄາມຍັງລະເບີດຢູ່ ແຕ່ເວລານີ້ແນວໜ້າຂອງສະໜາມຮົບຖອຍຫ່າງອອກໄປຈາກເມືອງຫຼວງຫຼາຍຮ້ອຍກິໂລແລ້ວ.

ຢ່າງໃດກໍຕາມ ມີໂຄໄລ ໂພໂຄຍັກ ທີ່ປຶກສາຂອງ ເຊເລນສກີ ແລະ ຫົວໜ້າຄະນະຜູ້ແທນເຈລະຈາ ປະກາດວ່າຈະບໍ່ຍອມເສຍສະຫຼະດິນແດນໃດໜື່ງ ແລະ ປະຕິເສດສຽງຮຽກຮ້ອງຂໍ້ຕົກລົງຢຸດຍິງໂດຍລະບຸວ່າທະຫານຣັດເຊຍອາດຈະຢູ່ໃນພື້ນທີ່ຢືຶດຄອງຕໍ່ໄປ ເຊີ່ງເປັນສີ່ງທີ່ເຄຍບໍ່ສາມາດຍອມຮັບໄດ້.

ທີ່ມາ: ກະດານຂ່າວ

Leave a Reply

Your email address will not be published. Required fields are marked *

You cannot copy content of this page